ໂຮງງານແຫ່ງໜຶ່ງຂອງປະເທດໄທເກີດສານເຄມີຮົ່ວໄຫຼ

2022-09-23 11:20:27 cri

 

ວັນທີ 22 ກັນຍານີ້, ໂຮງງານແຫ່ງໜຶ່ງຂອງນະຄອນປະຖົມທາງພາກກາງປະເທດໄທເກີດສານເຄມີຮົ່ວໄຫຼ. ປັດຈຸບັນນີ້, ໂຮງຮຽນທີ່ຢູ່ບໍລິເວນໂຮງງານໄດ້ພັກຮຽນ.

ພາກສ່ວນຄຸ້ມຄອງມົນລະພິດຂອງທ້ອງຖິ່ນພວມສຳຫຼວດສະໜາມ, ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຮງງານໄດ້ຮັບຄຳສະເໜີໃຫ້ພັກຢູ່ບ້ານ, ໃສ່ຜ້າປິດປາກ, ປິດປະຕູ ແລະປ່ອງຢ້ຽມ. ມີປະຊາຊົນຈຳນວນໜຶ່ງກ່າວວ່າ, ມີກິ່ນແຮງຈົນເຮັດໃຫ້ແສບດັງ. ທາງໂຮງງານອະທິບາຍວ່າ: ກິ່ນແມ່ນເກີດຂຶ້ນຍ້ອນສານນຳສົ່ງຄວາມຮ້ອນ ແລະເຫດການໄດ້ຮັບການຄວບຄຸມແລ້ວ.