ຣັດເຊຍ ແລະອູແກຣນແລກປ່ຽນຊະເລີຍເສິກຈຳນວນຫຼາຍ

2022-09-23 11:27:44 cri

 

ໂດຍຜ່ານການປຶກສາຫາລືຂອງປະເທດຕູຣາເຄຍ ແລະຊາອຸດິດອາຣັບບີ, ຣັດເຊຍ ແລະ ອູແກຣນໄດ້ດຳເນີນເຄື່ອນໄຫວແລກປ່ຽນຊະເລີຍເສິກຈຳນວນເກືອບ 300 ຄົນໃນວັນທີ 21 ກັນຍານີ້, ເຊິ່ງເປັນການເຄື່ອນໄຫວແລກປ່ຽນຊະເລີຍເສິກທີ່ມີຈຳນວນຫຼາຍທີ່ສຸດນັບແຕ່ວິກິດການຣັດເຊຍ ແລະ ອູແກຣນຮຸນແຮງຂຶ້ນເປັນເວລາ 7 ເດືອນ.

ຂ່າວສານລອຍເຕີລາຍງານວ່າ: ອີງຕາມສັນຍາສອງຝ່າຍ, ຣັດເຊຍໄດ້ປ່ອຍຊະເລີຍເສິກອູແກຣນ 215 ຄົນ, ອູແກຣນຈະປ່ອຍຊະເລີຍເສິກຣັດເຊຍ 55 ຄົນ, ພົນລະເມືອງອູແກຣນທີ່ໃກ້ຊິດຣັດເຊຍ ແລະທ່ານວິກໂຕ ເມດເວດຈູກ ຜູ້ນຳພັກຄັດຄ້ານລັດຖະບານອູແຣນ.

ນອກຈາກນີ້, ຣັດເຊຍຍັງໄດ້ປ່ອຍຊະເລີຍເສິກທີ່ທະຫານຮັບຈ້າງສັນຊາດຕ່າງປະເທດຈຳນວນ 10 ຄົນທີ່ອູແກຣນເປັນຜູ້ວ່າຈ້າງ.