ເກີດແຜ່ນດິນໄຫວຄວາມແຮງ 6,4 ລິກເຕີຢູ່ອິນໂດເນເຊຍ

2022-09-24 14:57:56 CRI

 

ຕາມຂ່າວCRI: ໃນຕອນຮຸ່ງເຊົ້າວັນທີ 24 ກັນຍານີ້,ຢູ່ບໍລິເວນທະເລ ຂອງເຂດພິເສດອາເຈະທີ່ພາກຕາເວັນຕົກຂອງອິນໂດນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 6,4 ລິກເຕີ, ປັດຈຸບັນນີ້ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ເສຍຊີວິດແລະຄວາມເສຍຫາຍດ້ານຊັບສິນເທື່ອ.

 

ອີງຕາມຂ່າວຂອງເວັບໄຊກົມອຸຕຸນິຍົມ, ດິນຟ້າອາກາດແລະຟີຊິກສາດໜ່ວຍໂລກ ຂອງອິນໂດເນເຊຍແຈ້ງໃຫ້ຮູ້ວ່າ:ແຜ່ນດິນໄຫວໄດ້ເກີດຂຶ້ນໃນເວລາ ໂມງ 52 ນາທີຕາມເວລານະຄອນຫຼວງວຽງຈັນປະເທດລາວ, ໃຈກາງແຜ່ນດິນໄຫວ ຢູ່ເຂດທະເລທີ່ຫ່າງຈາກພາກຕາເວັນຕົກສຽງໃຕ້ຂອງເຂດພິເສດອາເຈະ 45 ກິໂລແມັດ, ເລິກລົງໄປພື້ນດິນ 22 ກິໂລແມັດ. ແຜ່ນດິນໄຫວ ຄັ້ງນີ້ຍັງບ່ໍໍໍທັນມີຄວາມສ່ຽງເກີດຄື້ນນາມິ.