ສວນໝີແພນດາແຫ່ງໜຶ່ງກາຍເປັນຂົວຕໍ່ດ້ານຈິດໃຈຂອງປະຊາຊົນເອີຣົບ-ຈີນ

2022-09-24 14:56:46 CRI

 

ຕາມຂ່າວCRI: ສວນໝີແພນດາໃນສວນສັດາຍຣີດາຍຊາຂອງແບນຊິກແມ່ນບ່ອນດຳລົງຊີວິດຂອງໝີແພນດາ ສິ່ງຮຸ່ຍແລະ ຫາວຫາວ ພ້ອມດ້ວຍລູກສາມໂຕຂອງພວກມັນ. ເມື່ອປີ 2014, ໃນໄລຍະຢ້ຽມຢາມແບນຊິກທາງລັດຖະກິດ, ທ່ານສີຈິ້ນຜິງ, ປະທານປະເທດຈີນພ້ອມດ້ວຍສົມເດັດຟີລີເປ ເລໂປ ລູອິສ ມາເຣເຈົ້າຊີວິດແບນຊິກໄດ້ເຂົ້າຮ່ວມພິທີເປີດສວນໝີແພນດາໃນສວນສັດາຍຣີດາຍຊາ. ມາຮອດປັດຈຸບັນນີ້, ທ່ານເອຣິກ ໂດມ, ຫົວໜ້າສວນສັດາຍຣີດາຍຊາເຊິ່ງໄດ້ເປັນສັກຂີພິຍານໃນພິທີເປີດສວນໝີແພນດາຍັງຮູ້ສຶກຕື່ນເຕັ້ນໃຈຫຼາຍເມື່ອຫວນຄືນເຖິງສະພາບການໃນເວລານັ້ນ. ທ່ານກ່າວວ່າ ການເດີນທາງມາຢ້ຽມຢາມແບນຊິກຂອງທ່ານປະທານສີຈິ້ນຜິງໄດ້ເພີ່ມທະວີຄວາມເຂົ້າໃຈກັນລະວ່າງປະຊາຊົນເອີຣົບ-ຈີນ, ແລະມີຄວາມໝາຍສຳຄັນຫຼາຍ ຕໍ່ການຊຸກຍູ້ການເຊື່ອມຕໍ່ດ້ານຈິດໃຈຂອງປະຊາຊົນ.