ເລີ່ມດຳເນີນກິດຈະກຳ “ບ່ອນສັງເກດທຳມະຊາດການປະດິດສ້າງໃໝ່ຂອງເດັກ ນ້ອຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”2022

2022-09-24 16:40:01 CRI

 

 

ວັນທີ 23 ກັນຍານີ້, ກິດຈະກຳ ບ່ອນສັງເກດທຳມະຊາດການປະດິດສ້າງ ໃໝ່ຂອງເດັກນ້ອຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ກິດຈະກຳນີ້ໄດ້ດຳເນີນການຮີບໂຮມຜົນງານສິ ລະປະຮູບພາບ, ການເຝິກອົບຮົມແລະການແລກປ່ຽນບົດຮຽນຂອງຄູອາຈານ, ຕັ້ງຄ້າຍການ ແລກປ່ຽນຂອງນັກຮຽນແລະອື່ນໆ, ແບ່ງປັນບົດຮຽນແລະວິທີດ້ານ ການ ສຶກສາກ່ຽວກັບສິ່ງແວດລ້ອມຊີວະພາບຂອງຊາວໜຸ່ມເຍົາວະຊົນຢູ່ປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ເພີ່ມທະວີມິດຕະພາບລະຫວ່າງຊາວໜຸ່ມເຍົາວະຊົນລະຫວ່າງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

 

ກິດຈະກຳໃນປີ 2022 ນີ້ຈະດຳເນີນຢູ່ໂຮງຮຽນ 8 ແຫ່ງຂອງລາວ, ຈີນແລະໄທ. ທ່ານນາງຄຳເພົາເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ:  ກິດຈະກຳ ບ່ອນສັງເກດທຳມະຊາດການປະດິດ ສ້າງໃໝ່ຂອງເດັກນ້ອຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະສະໜອງໂອກາດໃໝ່ໃຫ້ແກ່ການຮ່ວມມືດ້ານການສຶກສາຂອງເດັກນ້ອຍລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ທ່ານນາງກ່າວຕື່ມວ່າ: ເຊື່ອໝັ້ນວ່າຜ່ານກິດຈະກຳແບບນີ້, ການຮ່ວມມືລະຫວ່າງພວກເຮົາຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ, ຄວາມໄວ້ເນື້ອເຊື່ອໃຈແລະຄວາມເຂົ້າໃຈກັນລະຫວ່າງພວກເຮົາຈະລົງສູ່ລວງເລິກກວ່າເກົ່າ, ພວກເຮົາຈະ ຊຸກຍູ້ການຮ່ວມມືກັນເພື່ອປະກອບສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ, ໃນອະນາຄົດພວກເຮົາຈະສ້າງອະນາຄົດທີ່ດີງາມກວ່າເກົ່າ ແລະການຮ່ວມມືທີ່ມີຄວາມສຸກຫຼາຍກວ່າເກົ່າ.