ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້ ຈີນລົງທຶນໂດຍກົງຕໍ່ຕ່າງປະເທດບໍ່ແມ່ນປະເພດການເງິນມີເຖິງ 492,76 ຕື້ຢວນ ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2022-09-24 15:17:48 CRI


     ວັນທີ 22 ກັນຍານີ້, ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນສິງຫາປີ 2022 ນີ້, ຈີນລົງທຶນໂດຍກົງຕໍ່ຕ່າງປະເທດບໍ່ແມ່ນປະເພດການເງິນມີເຖິງ 492,76 ຕື້ຢວນ, ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເທົ່າກັບ 75,11 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລົງທຶນໂດຍກົງບໍ່ແມ່ນປະເພດການເງິນຕໍ່ບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງມີເຖິງ 13,95 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມ 18,6% ໃນຍອດມູນຄ່າການລົງທຶນປະເພດດັ່ງກ່າວໃນໄລຍະດຽວກັນ, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


     ທ່ານນາງຊູ້ຈົວທີງ ໂຄສົກກະຊວງການຄ້າຈີນແນະນຳໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ຈີນໄດ້ນຳໃຊ້ການລົງທຶນຈາກຕ່າງປະເທດຕົວຈິງ 138,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20,2%; ໃນນັ້ນ, ການລົງທຶນຈາກສະຫະພາບເອີຣົບໄດ້ເພີ່ມຂຶ້ນ 123,7%. ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ນັກລົງທຶນຕ່າງປະເທດເຊິ່ງລວມທັງສະຫະພາບເອີຣົບສືບຕໍ່ເຫັນໄປໃນແງ່ດີຕໍ່ຕະຫຼາດຂອງຈີນ ແລະຫວັງໃຫ້ສືບຕໍ່ລົງເລິກການຮ່ວມມືດ້ານການລົງທຶນກັບຈີນ.