ຜູ້ຕາງໜ້າຂອງຈີນກ່າວຄຳປາໄສຢູ່ສະພາສິດທິມະນຸດໂດຍຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການລົງໂທດແຕ່ຝ່າຍດຽວຕໍ່ເບຣາລຸດຊີ

2022-09-24 15:11:48 CRI


     ວັນທີ 23 ກັນຍາປີ 2022 ນີ້, ຜູ້ຕາງໜ້າຂອງຈີນໄດ້ກ່າວຄຳປາໄສໃນກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ ໂດຍຄັດຄ້ານປະເທດທີ່ກ່ຽວຂ້ອງປະຕິບັດການລົງໂທດແຕ່ຝ່າຍດຽວຕໍ່ເບຣາລຸດຊີ ແລະຄັດຄ້ານການຖືບັນຫາສິດທິມະນຸດເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງເບຣາລຸດຊີ.


     ຜູ້ຕາງໜ້າຂອງຈີນກ່າວວ່າ: ຈີນເຄົາລົບປະຊາຊົນເບຣາລຸດຊີເລືອກເອົາເສັ້ນທາງການພັດທະນາຢ່າງເປັນເຈົ້າຕົນເອງໂດຍອີງຕາມສະພາບແຫ່ງຊາດຂອງປະເທດຕົນ, ຊົມເຊີຍຄວາມກ້າວໜ້າຂອງເບຣາລຸດຊີໃນຂົງເຂດສິດທິມະນຸດ; ເດັດດ່ຽວຄັດຄ້ານການປະຕິບັດການລົງໂທດແຕ່ຝ່າຍດຽວຫຼືການຂົ່ມຂູ່ດ້ວຍການລົງໂທດຕາມລຳພັງໃຈໃນການພົວພັນສາກົນ, ຄັດຄ້ານອິດທິກຳລັງພາຍນອກແຊກແຊງວຽກງານພາຍໃນຂອງເບຣາລຸດຊີ. ສະພາສິດທິມະນຸດ ແລະຫ້ອງການຂ້າຫຼວງໃຫຍ່ກ່ຽວກັບສິດທິມະນຸດຄວນປະລະການນຳໃຊ້ສອງມາດຖານ, ຍຶດໝັ້ນຫຼັກການພາວະວິໄສແລະຍຸຕິທຳ, ບໍ່ຄວນນຳໃຊ້ຂໍ້ມູນຂ່າວສານປອມທີ່ບໍ່ທັນໄດ້ຮັບການຢືນຢັນໄປຕິຕຽນປະເທດພວມພັດທະນາຢ່າງໄຮ້ເຫດຜົນ, ຍິ່ງບໍ່ຄວນກາຍເປັນເຄື່ອງມືທາງການເມືອງຂອງບາງປະເທດທີ່ຢາກລົງໂທດປະເທດອື່ນ. ຈີນຮຽກຮ້ອງໃຫ້ຫ້ອງການຂ້າຫຼວງໃຫຍ່ກ່ຽວກັບສິດທິມະນຸດເຄົາລົບຂໍ້ມູນທາງການທີ່ສະໜອງໂດຍລັດຖະບານເບຣາລຸດຊີ, ເຕືອນໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການລົງໂທດແຕ່ຝ່າຍດຽວຕໍ່ເບຣາລຸດຊີ ແລະເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການພັດທະນາເສດຖະກິດສັງຄົມຂອງເບຣາລຸດຊີ ແລະການເຮັດໃຫ້ປະຊາຊົນເບຣາລຸດຊີສາມາດຊົມໃຊ້ສິດທິມະນຸດຢ່າງດີກວ່າເກົ່າ.