ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນກ່າວວ່າ: ຫຼັກການພື້ນຖານຂອງກຸ່ມ G7 ໃນບັນຫາໄຕ້ຫວັນບໍ່ໄດ້ມີການປ່ຽນແປງ

2022-09-24 16:24:17 cri

      ທ່ານ ຫວ່າງເຫວິນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 23 ກັນຍານີ້ວ່າ: ຈີນຫວັງວ່າຝ່າຍເຢຍລະມັນແລະປະເທດສະມາຊິກກຸ່ມ G7 ອື່ນໆບໍ່ພຽງແຕ່ຄວນໃຫ້ຄຳໝັ້ນສັນຍາຢ່າງຈະແຈ້ງວ່າຍຶດໝັ້ນຫຼັກການປະເທດຈີນດຽວເທົ່ານັ້ນ, ຫາກຍັງຄວນໃຊ້ການກະທຳທີ່ແທ້ຈິງເພື່ອຈັດຕັ້ງປະຕິບັດຫຼັກການປະເທດຈີນດຽວໃຫ້ດີ.

      ຂ່າວແຈ້ງໃຫ້ຮູ້ວ່າ: ທ່ານນາງ ອັນນາເລນາ ບາເອິບັອກ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນໄດ້ອອກຖະແຫຼງການວ່າ: ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ G7 ໄດ້ຈັດການເຈລະຈາກັບຜູ້ຕາງໜ້າອາວຸໂສດ້ານນະໂຍບາຍຄວາມໝັ້ນຄົງແລະການຕ່າງປະເທດສະຫະພາບເອີຣົບ, ໂດຍກ່າວວ່າບັນດາຝ່າຍໄດ້ຄັດຄ້ານການປ່ຽນສະພາບຊ່ອງແຄບໄຕ້ຫວັນໃນປັດຈຸບັນແຕ່ຝ່າຍດຽວ, ຫຼັກໝັ້ນຂອງບັນດາປະເທດກຸ່ມ G7 ໃນບັນຫາໄຕ້ຫວັນບໍ່ໄດ້ມີການປ່ຽນແປງ ເຊິ່ງລວມທັງ “ນະໂຍບາຍປະເທດຈີນດຽວ” ທີ່ໄດ້ກ່າວມາແລ້ວນັ້ນ.