ໄຂງານໂຄສະນາ “ຜົນສຳເລັດດ້ານການເຄົາລົບແລະຮັບປະກັນສິດທິມະນຸດຢູ່ເຂດຊິ່ນຈ່ຽງຈີນ” ຢູ່ນະຄອນເຊີແນວ

2022-09-24 15:05:45 CRI

 

ຕາມຂ່າວCRI: ວັນທີ 22 ກັນຍານີ້ຕາມເວລາທ້ອງຖິ່ນ, ໃນເວລາຈັດກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ, ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນແລະຄະນະຜູ້ແທນຈີນປະຈຳອົງການສະຫະປະຊາຊາດທີ່ນະຄອນເຊີແນວຂອງສະວິດສໄດ້ຮ່ວມກັນຈັດງານໂຄສະນາ ຜົນສຳເລັດດ້ານການເຄົາລົບນັບຖືແລະຮັບປະກັນສິດທິມະນຸດຢູ່ເຂດຊິ່ນຈ່ຽງຈີນ” ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນເຊີແນວ. ຜູ້ຕາງໜ້າຖາວອນຂອງ 50 ກວ່າປະເທດປະຈຳອົງການສະຫະປະຊາຊາດແລະນັກການທູດລະດັບສູງ, ນັກຂ່າວ, ຜູ້ຕາງໜ້າຂອງອົງການຈັດຕັ້ງທີ່ບໍ່ຂ້້ຶນກັບລັດຖະບານທັງໝົດ 100 ກວ່າທ່ານໄດ້ເຂົ້າຮ່ວມ.

 

ທ່ານຊໍກັດ ອິມີນ, ປະທານຄະນະປະຈຳສະພາປະຊາຊົນເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນກ່າວວ່າ, ຊິ່ນຈ່ຽງປົກປັກຮັກສາຄວາມກົມກຽວກັນແລະສະຖຽນລະພາບຂອງສັງຄົມຕາມກົດໝາຍ, ເລັ່ງລັດຊຸກຍູ້ການພັດທະນາດ້ານເສດຖະກິດທີ່ມີິຄຸນນະພາບສູງ, ຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າຢ່າງຕໍ່ເນື່ອງ, ປັບປຸງແລະພັດທະນາຄວາມສາມັກຄີຂອງຊົນເຜົ່າຢ່າງບໍ່ຢຸດຢັ້ງ, ຮັບປະກັນສິດເສລີພາບໃນການເຊື່ອຖືສາສະໜາຢ່າງເຕັມທີ່, ເອົາໃຈໃສ່ນຳການຮັກສາວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງແຕ່ລະຊົນເຜົ່າ. ຊິນຈ່ຽງຍຶດໝັ້ນເພີ່ມຄວາມໄວຂອງບາດກ້າວການເປີດປະຕູສູ່ພາຍນອກ, ປັດຈຸບັນນີ້ໄດ້ກາຍເປັນທາງຜ່ານທີ່ສຳຄັນໃນການໄປມາຫາສູ່ກັນແລະການແລກປ່ຽນລະຫວ່າງປະເທດຕ່າງໆລຽບຕາມ ໜຶ່ງແລວໜຶ່ງເສັ້ນທາງ. ຍິນດີຕ້ອນຮັບເພື່ອນມິດມາທ່ຽວຊົມເຂດຊິນຈ່ຽງ, ສຳຜັດກັບບັນຍາກາດຊິ່ນຈ່ຽງທີ່ມີຄວາມກົມກຽວກັນກັບສະຖຽນລະພາບ,ການພັດທະນາແລະຄວາມຈະເລີນຮຸ່ງເຮືອງ, ເປັນສັກຂີພິຍານໃຫ້ແກ່ຜົນສຳເລັດທີ່ໄດ້ຮັບຢ່າງເດັ່ນຊັດໃນການພັດທະນາດ້ານພາລະກິດສິດທິມະນຸດຂອງຊິ່ນຈ່ຽງ.