ຈີນຍິງສົ່ງດາວທຽມທົດລອງ 14 ແລະ 15 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-09-25 11:45:22 cri


ເວລາ 6 ໂມງ 55 ນາທີຂອງວັນທີ 25 ກັນຍານີ້, ຢູ່ສູນຍິງສົ່ງດາວທຽມທ້າຍຢວນ, ດ້ວຍຮູບແບບ 1 ຈະຫຼວດສົ່ງດາວທຽມ 2 ໜ່ວຍ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານາ KZ-1A ຍິງສົ່ງດາວທຽມທົດລອງ 14 ແລະ 15 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມຄາດໝາຍຢ່າງສະດວກ. ດາວທຽມທົດລອງ 14 ຕົ້ນຕໍໃຊ້ໃນການດຳເນີນການທົດລອງວິທະຍາສາດ, ການກວດສອບຢັ້ງຢືນເຕັກນິກໃໝ່ ແລະຂົງເຂດອື່ນໆ, ດາວທຽມທົດລອງ 15 ຕົ້ນຕໍໃຊ້ໃນການສຳຫຼວດດິນແດນແຫ່ງຊາດ, ການວາງແຜນຜັງເມືອງ, ການຕ້ານໄພແລະຫຼຸດໄພ ແລະອື່ນໆ.

ໜ້າທີ່ຄັ້ງນີ້ແມ່ນການສົ່ງຍານຄັ້ງທີ 18 ຂອງຈະຫຼວດສົ່ງຍານ KZ-1A.