ທ່ານວາງຢີ້ພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ

2022-09-25 11:24:16 CRI


    ວັນທີ 23 ກັນຍານີ້, ໃນໄລຍະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຢູ່ນະຄອນນີວຢອກປະເທດອາເມຣິກາ, ທ່ານວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານອັນໂຕນີໂອກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ.

 

    ທ່ານກູເຕີເຣັສຍ້ອງຍໍຈີນທີ່ໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານຕ່າງໆເຊັ່ນ: ການສະໜັບສະໜູນລັດທິຫຼາຍຝ່າຍ ຊຸກຍູ້ການຮ່ວມມືສາກົນ ແລະ ການພັດທະນາແບບຍືນຍົງເປັນຕົ້ນ ແລະ ກ່າວວ່າອົງການສະຫະປະຊາຊາດສະໜັບສະໜູນຂໍ້ລິເລິ່ມການພັດທະນາທົ່ວໂລກ.

 

    ທ່ານກູເຕີເຣັສໄດ້ແຈ້ງໃຫ້ຮູ້ເຖິງຄວາມພະຍາຍາມໃນຫວ່າງມໍ່ໆມານີ້ທີ່ຊຸກຍູ້ໃຫ້ຂົນສົ່ງທັນຍາຫານອູແກຣນໄປຕ່າງປະເທດ ແລະ ສົ່ງອອກຝຸ່ນເຄມີຂອງຣັດເຊຍແລະສະແດງຄາມເປັນຫ່ວງຢ່າງເລິກເຊິ່ງຕໍ່ວິກິດການອູແກຣນໄດ້ຂະຫຍາຍຕົວຈົນສ້າງຜົນກະທົບຕໍ່ບັນດາປະເທດທີ່ພວມພັດທະນາ.


    ທ່ານວາງຢີ້ກ່າວວ່າ, ຈີນຍ້ອງຍໍທ່ານເລຂາທິການໃຫຍ່ທີ່ດຳເນີນການໄກ່ເກ່ຍແລະ ໄດ້ຮັບປະສິດທິຜົນ, ຫຼັກໝັ້ນແກນກາງຂອງຈີນໃນບັນຫາອູແກຣນກໍ່ແມ່ນຊຸກຍູ້ຈັດການເຈລະຈາໂດຍສັນຕິ, ກໍ່ແມ່ນການຢືນຢູ່ຄຽງຂ້າງສັນຕິພາບ, ຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນດ້ວຍຮູບການຂອງປະເທດຕົນ.