ທ່ານວາງຢີ້ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ແລະ ກ່າວຄຳປາຖະກະຖາ

2022-09-25 11:34:03 CRI

ວັນທີ 24 ກັນຍານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77 ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກປະເທດອາເມຣິກາ ໂດຍໄດ້ກ່າວປາຖະກະຖາພາຍໃຕ້ຫົວຂໍ້ວ່າ “ທຳຄວາມພະຍາຍາມເພື່ອສັນຕິພາບ ແລະ ການພັດທະນາ ແບກຫາບໜ້າທີ່ເພື່ອຄວາມສາມັກຄີ ແລະ ຄວາມກ້າວໜ້າ”.



    ທ່ານວາງຢີ້ກ່າວວ່າ: ນີ້ແມ່ນຍຸກສະໄໝທີ່ເຕັມໄປດ້ວຍສິ່ງທ້າທາຍ. ໂລກໄດ້ເຂົ້າສູ່ໄລຍະທີ່ປັ່ນປ່ຽນ ແລະ ປ່ຽນແປງໃໝ່, ການປ່ຽນແປງຂະໜາດໃຫຍ່ໃນຮອບຮ້ອຍປີພວມເລັ່ງຄວາມໄວຂະຫຍາຍຕົວ. ນີ້ກໍ່ແມ່ນຍຸກສະໄໝທີ່ເຕັມໄປດ້ວຍຄວາມຫວັງ. ສັນຕິພາບ ແລະ ການພັດທະນາ ໃນຖານະທີ່ເປັນຫົວຂໍ້ຂອງຍຸກສະໄໝນັ້ນບໍ່ໄດ້ປ່ຽນແປງ, ຄວາມປາດຖະໜາຂອງປະຊາຊົນປະເທດຕ່າງໆທີ່ສະແຫວງຫາຄວາມກ້າວໜ້າ ແລະ ຊຸກຍູ້ການຮ່ວມມືນັ້ນແຮງຂຶ້ນກວ່າເກົ່າ.


    ທ່ານວາງຢີ້ກ່າວຕື່ມວ່າ:ໃນຖານະທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຈີນຈະເດັດດ່ຽວຢືນຢູ່ຄຽງຂ້າງຄວາມສາມັກຄີແລະການຮ່ວມມື, ຢືນຢູ່ຄຽງຂ້າງກະແສຍຸກສະໄໝ,  ແລະ ຢືນຢູ່ຄຽງຂ້າງຜົນປະໂຫຍດຮ່ວມຂອງປະເທດສ່ວນຫຼາຍທີ່ສຸດ. ຈີນເປັນຜູ້ກໍ່ສ້າງສັນຕິພາບໂລກ, ເປັນຜູ້ປະກອບສ່ວນເພື່ອການພັດທະນາຂອງໂລກ, ເປັນຜູ້ຮັກສາລະບຽບສາກົນ, ເປັນຜູ້ສະໜອງຜະລິດຕະພັນສາທາລະນະ ແລະ ເປັນຜູ້ໄກ່ເກ່ຍບັນຫາເຄັ່ງຮ້ອນຢ່າງສະເໝີຕົ້ນສະເໝີປາຍ.


    ທ່ານວາງຢີ້ຍັງກ່າວວ່າ: ໂດຍຜະເຊີນໜ້າກັບສິ່ງທ້າທາຍຕ່າງໆໃນສະເພາະໜ້ານີ້, ທ່ານປະທານສີຈີ້ນຜິງໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ ໂດຍຮຽກຮ້ອງ
ໃຫ້ກໍ່ສ້າງປະຊາຄົມຮ່ວມການພັດທະນາທົ່ວໂລກ. ນອກນັ້ນ ເພິ່ນຍັງໄດ້ສະເໜີຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເຊິ່ງເປັນການປະກອບສ່ວນສະຕິປັນຍາຈີນເພື່ອແກ້ໄຂບັນຫາສັນຕິພາບ ແລະ ສະໜອງແຜນການຂອງຈີນເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງສາກົນ.

 

ໃນຕອນມ້ວນທ້າຍ ທ່ານວາງຢກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນພັກຄອມມູນິດຈີນຄັ້ງທີ 20 ຈະຈັດຂຶ້ນໃນໄວໆນີ້ ເຊິ່ງຈະຍຶດຖືຄວາມປາດຖະໜາຂອງປະຊາຊົນຈີນທຸກຖ້ວນໜ້າ, ຈັດວາງໜ້າທີ່ເປົ້າໝາຍການພັດທະນາດຂອງຈີນໃນ 5 ປີ ຈົນເວລາດົນກວ່ານີ້ໃນອະນາຄົດ. ເມື່ອຢືນຢູ່ຈັດເລີ່ມຕົ້ນໃໝ່ຄັ້ງປະຫວັດສາດ, ຈີນຈະບັນລຸໃຫ້ຊົນຊາດຈີນຟື້ນຟູຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງໃຫຍ່ດ້ວຍຄວາມທັນສະໄໝແບບຈີນ ແລະ ຮ່ວມກັບປະເທດຕ່າງໆໃນໂລກ, ທຳຄວາມພະຍາຍາມເພື່ອສັນຕິພາບ ແລະ ການພັດກທະນາ, ແບກຫາບໜ້າທີ່ເພື່ອຄວາມສາມັກຄີ ແລະ ຄວາມກ້າວໜ້າ,ພ້ອມກັນກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ປະດິດສ້າງໂລກທີ່ດີງາມກວ່າເກົ່າ.