ປະທານາທິບໍດີເອຢິບອະນຸຍາດໃຫ້ເອຢິບຮ້ອງຂໍຈັດງານກິລາໂອລິມປິກລະດູຮ້ອນປີ 2036

2022-09-25 11:15:41 CRI


    ວັນທີ 24 ກັນຍານີ້, ໃນເວລາພົບປະກັບທ່ານໂຕມັສ ບາຮ໌ ປະທານຄະນະກຳມະການໂອລິມປິກສາກົນ, ທ່ານອັສຣັຟ ຊອບຮີ ລັດຖະມົນຕີກະຊວງຊາວໜຸ່ມ ແລະ ກິລາເອຢິບປະກາດວ່າ, ປະທານາທິບໍດີເອຢິບໄດ້ອະນຸຍາດໃຫ້ເອຢິບຮ້ອງຂໍຈັດງານກິລາໂອລິມປິກລະດູຮ້ອນປີ 2036.


    ທ່ານໂຕມັສ ບາຮ໌ກ່າວວ່າ, ການກໍ່ສ້າງຕົວເມືອງກິລາໂອລິມປິກຂອງເອຢິບໄດ້ຕອບສະໜອງກັບເງື່ອນໄຂຈັດງານກິລາໂອລິມປິກແລ້ວ.