ກອງປະຊຸມລັດຖະມົນຕີການຄ້າ, ການລົງທຶນແລະອຸດສາຫະກຳກຸ່ມ G20 ປີ 2022 ຈັດຂຶ້ນຢູ່ອິນໂດເນເຊຍ

2022-09-25 11:19:45 cri


ໃນລະຫວ່າງວັນທີ 22 ຫາ 23 ກັນຍານີ້, ກອງປະຊຸມລັດຖະມົນຕີການຄ້າ, ການລົງທຶນແລະອຸດສາຫະກຳກຸ່ມ G20 ໄດ້ຈັດຂຶ້ນຢູ່ອິນໂດເນເຊຍ. ກອງປະຊຸມຄັ້ງນີ້ຕົ້ນຕໍໄດ້ປຶກສາຫາລືກ່ຽວກັບການປະຕິຮູບອົງການການຄ້າໂລກ, ການທີ່ກົນໄກການຄ້າຫຼາຍຝ່າຍຊຸກຍູ້ໃຫ້ບັນລຸການພັດທະນາແບບຍືນຍົງ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ການຄ້າດີຈີຕອນກັບຕ່ອງໂສ້ຄຸນຄ່າທົ່ວໂລກ, ການລົງທຶນແບບຍືນຍົງ, ອຸດສາຫະກຳ 4,0 ແລະຫົວຂໍ້ອື່ນໆ.

ຝ່າຍຈີນໄດ້ກ່າວຄວາມເຫັນໃນກອງປະຊຸມວ່າ: ກຸ່ມ G20 ຄວນນຳໜ້າຈັດຕັ້ງປະຕິບັດຜົນສຳເລັດໃນກອງປະຊຸມລະດັບລັດຖະມົນຕີຄັ້ງທີ 12 ຂອງອົງການການຄ້າໂລກ, ຊຸກຍູ້ໃຫ້ການປະຕິຮູບອົງການການຄ້າໂລກມີຄວາມຄືບໜ້າຕົວຈິງ. ຈີນຍິນດີຮ່ວມກັບສະມາຊິກອື່ນໆຂອງກຸ່ມ G20, ຕັ້ງໜ້າເຂົ້າຮ່ວມການປະຕິຮູບອົງການການຄ້າໂລກ, ຊຸກຍູ້ໃຫ້ກົນໄກການຄ້າຫຼາຍຝ່າຍບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ຈີນພວມຍຶດໝັ້ນແນວຄວາມຄິດການພັດທະນາໃໝ່ທີ່ມີຫົວຄິດປະດິດສ້າງ, ປະສານງານ, ແບບສີຂຽວ, ເປີດປະຕູແລະຊົມໃຊ້ຮ່ວມກັນ, ເພີ່ມທະວີການອອກແບບນະໂຍບາຍຈາກຂັ້ນສູງສຸດ, ພ້ອມທັງສຸມກຳລັງເຂົ້າໃນການສ້າງການພົວພັນຄູ່ຮ່ວມພັດທະນາແບບສີຂຽວ, ຕັ້ງໜ້າດຳເນີນການລົງທຶນແລະການຮ່ວມມືສາກົນ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຕາມທິດສີຂຽວ.