ຣັດເຊຍກ່າວວ່າ: ປະເທດຕາເວັນຕົກໄດ້ມີສ່ວນຮ່ວມເຂົ້າໃນການປະທະກັນອູແກຣນແລ້ວ

2022-09-25 11:17:42 cri


ວັນທີ 24 ກັນຍານີ້, ທ່ານເຊີເກ ລາຟໂຣຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍທີ່ພວມເຂົ້າຮ່ວມກອງປະຊຸມຄັ້ງທີ 77 ຂອງສະມັດຊາໃຫຍ່ອົງການ ສປຊ ກ່າວວ່າ: ໃນຄວາມເປັນຈິງແລ້ວ, ປະເທດຕາເວັນຕົກໄດ້ມີສ່ວນຮ່ວມເຂົ້າໃນການປະທະກັນອູແກຣນແລ້ວ.

ທ່ານລາຟໂຣຟ ກ່າວຕື່ມວ່າ: ປະເທດຕາເວັນຕົກໄດ້ສະໜອງອາວຸດ ແລະຂ່າວລັບໃຫ້ອູແກຣນ. ທ່ານຍັງອີງໃສ່ສົນທິສັນຍາວ່າດ້ວຍການລະງັບການຈື້ເຮືອບິນຢ່າງຜິດກົດໝາຍມາກ່າວວ່າ: ປະເທດຕາເວັນຕົກອ້າງເອງວ່າຈະມີຄວາມເປັນກາງໃນການປະທະກັນອູແກຣນ, ແຕ່ການກະທຳຕົວຈິງໄດ້ລະເມີດຄວາມຮຽກຮ້ອງທີ່ມີຕໍ່ປະເທດເປັນກາງໃນສົນທິສັນຍາດັ່ງກ່າວ. ທ່ານລາຟໂຣຟ ກ່າວວ່າ: ປະເທດຕາເວັນຕົກປະກາດເປັນກາງດ້ວຍຕົນເອງບໍ່ໄດ້, ແຕ່ຕ້ອງເບິ່ງການກະທຳຕົວຈິງຂອງເຂົາເຈົ້າ. ດັ່ງນັ້ນ, ໃນຄວາມເປັນຈິງແລ້ວ ປະເທດຕາເວັນຕົກໄດ້ມີສ່ວນຮ່ວມເຂົ້າໃນການປະທະການອູແກຣນແລ້ວ.