ການເພີ່ມອັດຕາດອກເບ້ຍຂອງ FED ອາເມຣິກາເຮັດໃຫ້ເງິນໂດລາສະຫະລັດມີມູນຄ່າເພີ່ມຂຶ້ນຢ່າງຫຼວງຫຼາຍ

2022-09-25 11:20:54 cri



ໃນມໍ່ໆມານີ້, ສະຫະພັນຄັງສຳຮອງເງິນຕາຂອງອາເມລິກາ ຫຼື  FED ສືບຕໍ່ເພີ່ມອັດຕາດອກເບ້ຍຢ່າງຫຼວງຫຼາຍ ເຊິ່ງໄດ້ຊຸກຍູ້ໃຫ້ເງິນໂດລາສະຫະລັດມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ບຸກຄົນໃນຕະຫຼາດບໍ່ໄດ້ເບິ່ງໃນແງ່ດີຕໍ່ການກະທຳຂອງປະເທດອື່ນທີ່ເພີ່ມອັດຕາດອກເບ້ຍຫຼືຄວບຄຸມຕະຫຼາດຈະສາມາດເຮັດໃຫ້ເງິນຕາປະເທດຕົນມີຄວາມໝັ້ນຄົງໄດ້.

ວັນທີ 23 ກັນຍານີ້, ຕົວເລກດັດຊະນີເງິນໂດລາສະຫະລັດໄດ້ເພີ່ມຂຶ້ນ 1,65% ທີ່ເຫັນໜ້ອຍ ແລະບັນລຸໃນລະດັບ 113,1890 ໃນເວລາເລີກຕະຫຼາດ ເຊິ່ງເປັນລະດັບສູງສຸດໃນຮອບ 20 ປີທີ່ຜ່ານມາ.

ນັກວິເຄາະເຫັນວ່າ: ນະໂຍບາຍການເພີ່ມອັດຕາດອກເບ້ຍຢ່າງຫຼວງຫຼາຍຂອງ FED, ຄວາມເຄັ່ງຕຶງຂອງການເມືອງໃນພາກພື້ນ ແລະອາລົມລີ້ໄພທີ່ໜັກໜ່ວງຂຶ້ນຕື່ມຍ້ອນອະນາຄົດຂອງເສດຖະກິດໂລກທີ່ບໍ່ດີ ຈະເປັນສິ່ງຄ້ຳປະກັນຂອງເງິນໂດລາສະຫະລັດ ເຊິ່ງເຮັດໃຫ້ອັດຕາແລກປ່ຽນເງິນໂດລາສະຫະລັດຕໍ່ເງິນຕາສຳຄັນຈຳນວນໜຶ່ງຈະເພີ່ມສູງຂຶ້ນຈົນເຖິງສະຖິຕິສູງສຸດໃນປະຫວັດສາດໃນໄລຍະມໍ່ໆນີ້.