ຟີລິບປິນພວມປຶກສາຫາລືກັບຣັດເຊຍ ເພື່ອຊື້ວັດຖຸເຊື້ອໄຟ ແລະ ສິນຄ້າອື່ນໆ

2022-09-26 11:15:07 CRI

ວັນທີ 23 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານເຟີດິນັນ ໂຣມົວເດສ ມາຄົສ ປະທານາທິບໍດີຟີລິບປິນກ່າວວ່າ: ຟີລິບປິນພວມປຶກສາຫາລືກັບຣັດເຊຍ ເພື່ອຊື້ວັດຖຸເຊື້ອໄຟ ແລະ ສິນຄ້າລາຍໃຫຍ່ອື່ນໆກັບປະເທດດັ່ງກ່າວ.

ທ່ານມາຣັດ ປາຟລົຟ ເອກອັກຄະລັດຖະທູດຣັດເຊຍປະຈຳຟີລິບປິນກ່າວວ່າ, ຣັດເຊຍຍິນດີຮ່ວມມືກັບຟີລິບປິນ ເພື່ອຊ່ວຍຟີລິບປິນຊອກຫາແຫຼ່ງວັດຖຸເຊື້ອໄຟອື່ນໆ ພາຍໃຕ້ສະພາບການທີ່ລາຄານ້ຳມັນເພີ່ມສູງຂຶ້ນ.

ຕາມຂ່າວແຈ້ງວ່າ, ຟີລິບປິນອາໄສການນຳເຂົ້າໃນລະດັບສູງສຳລັບສິນຄ້າປະເພດວັດຖຸເຊື້ອໄຟ, ການປະທະກັນລະຫວ່າງຣັດເຊຍແລະອູແກຣນ ເຮັດໃຫ້ອັດຕາເງິນເຟີ້ຂອງຟີລິບປິນເພີ່ມຂຶ້ນຢ່າງວ່ອງໄວ.