ການກະທຳໃດໆທີ່ຢາກຂັດຂວາງການທ້ອນໂຮມປະເທດຈີນເຂົ້າເປັນເອກະພາບກັນ ລ້ວນແຕ່ຈະຖືກກົງລໍ້ປະຫວັດສາດບົດບີ້ຢ່າງແນ່ນອນ

2022-09-26 11:18:23 CRI

ວັນທີ 24 ກັນຍາ 2022 ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 77 ໂດຍໄດ້ບັນຍາຍຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນຢ່າງຮອບດ້ານ.

ທ່ານຫວາງຢີ້ກ່າວເນັ້ນໜັກວ່າ, ໄຕ້ຫວັນເປັນດິນແດນສ່ວນໜຶ່ງຂອງຈີນມາແຕ່ບູຮານນະການ, ອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນບໍ່ເຄີຍຖືກຕັດແຍກອອກຈັກເທື່ອ, ເລື່ອງຈິງທີ່ແຜ່ນດິນໃຫຍ່ແລະໄຕ້ຫວັນຕ່າງກັຂຶ້ນກັບປະເທດຈີນດຽວ ບໍ່ເຄີຍມີການປ່ຽນແປງ, ຄວາມພະຍາຍາມຂອງລູກຫຼານປະຊາຊົນຈີນທຸກຖ້ວນໜ້າທີ່ສະແຫວງຫາກາງທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນນັ້ນ ບໍ່ເຄີຍຢຸດເຊົາຈັກເທື່ອ. ຫຼັກໝັ້ນປະເທດຈີນດຽວ ໄດ້ກາຍເປັນຫຼັກມາດຖານພື້ນຖານໃນການພົວພັນສາກົນ ແລະ ຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ. ເຈດຈຳນົງໃດໆທີ່ແຊກແຊງວຽກງານພາຍໃນຂອງຈີນ ລ້ວນແຕ່ຈະຖືກປະຊາຊົນຈີນຄັດຄ້ານຢ່າງເປັນເອກະພາບກັນ, ເຈດຈຳນົງໃດໆທີ່ຢາກຂັດຂວາງການທ້ອນໂຮມປະເທດຈີນເຂົ້າເປັນເອກະພາບກັນ ລ້ວນແຕ່ຈະຖືກກົງລໍ້ປະຫວັດສາດບົດບີ້ຢ່າງແນ່ນອນ.