ສະມາຊິກພັກເດໂມແຄຣັດຂອງອາເມຣິກາສ່ວນຫຼາຍບໍ່ຢາກໃຫ້ທ່ານໄບເດັນເຂົ້າຮ່ວມການເລືອກຕັ້ງທົ່ວໄປປີ 2024

2022-09-26 10:51:42 cri


ໜັງສືພິມ The Hill ຂອງອາເມຣິກາສະບັບວັນທີ 25 ກັນຍາ 2022 ລາຍງານວ່າ: ຜົນການສຳຫຼວດປະຊາມະຕິຄັ້ງຫຼ້າສຸດຂອງອາເມຣິກາສະແດງໃຫ້ເຫັນວ່າ: ສະມາຊິກພັກເດໂມແຄຣັດແລະບຸກຄົນທີ່ນິຍົມພັກເດໂມແຄຣັດຂອງອາເມຣິກາມີພຽງ 35% ຫວັງວ່າທ່ານໂຈ ໄບເດັນຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາທີ່ຈະຈັດຂຶ້ນໃນປີ 2024, ສະມາຊິກພັກ ເດໂມແຄຣັດມີ 56% ຫວັງວ່າພັກຂອງຕົນຈະຄັດເລືອກຜູ້ອື່ນລົງສະໝັກຮັບເລືອກຕັ້ງປະທານາທິບໍດີ.

ນອກນີ້, ອີງຕາມຜົນການສຳຫຼວດປະຊາມະຕິຍັງໄດ້ສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດມີ 57% ສະແດງວ່າບໍ່ເຫັນດີນຳວິທີແກ້ໄຂບັນຫາເສດຖະກິດຂອງທ່ານໄບເດັນ, ຜູ້ສະໜັບສະໜູນມີພຽງ 36% ເທົ່ານັ້ນ.