ສະໜາມບິນຕ້າຊິງເປີດການນຳໃຊ້ຄົບຮອບ 3 ປີ, ໄດ້ຂົນຖ່າຍຜູ້ໂດຍສານ 51,98 ລ້ານເທື່ອຄົນ

2022-09-26 10:50:49 cri

ວັນທີ 25 ກັນຍາ 2022 ແມ່ນສະໜາມບິນຕ້າຊິງນະຄອນຫຼວງປັກກິ່ງເປີດການນຳໃຊ້ຄົບຮອບ 3 ປີ. ພາຍຫຼັງສະໜາມບິນຕ້າຊິງເປີດການນຳໃຊ້ເປັນຕົ້ນມາ, ໄດ້ຂົນຖ່າຍຜູ້ໂດຍສານລວມ 51,98 ລ້ານເທື່ອຄົນ, ເຮືອບິນບິນຂຶ້ນແລະລົງຈອດບັນລຸເຖິງ 4,44 ແສນເທື່ອລຳ, ໄດ້ຂົນຖ່າຍສິນຄ້າຫຼາຍກວ່າ 3,61 ແສນໂຕນ. ໃນໄລຍະ 3 ປີຜ່ານມານີ້, ສະໜາມບິນຕ້າຊິງໄດ້ເປີດເສັ້ນທາງການບິນລວມ 266 ສາຍ, ໄດ້ເປີດຖ້ຽວບິນໄປກັບສະໜາມບິນ 185 ແຫ່ງ, ເຄືອຂ່າຍການບິນໄດ້ປົກຄຸມສະໜາມບິນຂົນສົ່ງຜູ້ໂດຍສານລະດັບ 5 ລ້ານເທື່ອຄົນຕໍ່ປີທຸກແຫ່ງໃນຂັ້ນພື້ນຖານ.