ຈີນສຳເລັດການເລືອກຕັ້ງຜູ້ແທນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຢ່າງຮຽບຮ້ອຍແລ້ວ

2022-09-26 14:54:59 CRI

ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ເປັນແກນນຳ, ວຽກງານການເລືອກຕັ້ງຜູ້ແທນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ສຳເລັດຢ່າງຮຽບຮ້ອຍແລ້ວ ໂດຍໜ່ວຍງານເລືອກຕັ້ງຕ່າງໆ ໃນທົ່ວປະເທດ ໄດ້ຈັດກອງປະຊຸມຜູ້ແທນຂອງພັກ ແລະ ໄດ້ເລືອກຕັ້ງຜູ້ແທນທີ່ຈະເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນທັງໝົດ 2.296 ທ່ານ.

ຜູ້ທີ່ໄດ້ຮັບເລືອກຕັ້ງເປັນຜູ້ແທນຂອງກອງປະຊຸມດັ່ງກ່າວ ຕ່າງກໍສອດຄ່ອງກັບເງື່ອນໄຂ ທີ່ສູນກາງພັກໄດ້ກຳນົດໄວ້ໂດຍລວມ, ເຂົາເຈົ້າມີຄຸນທາດແນວຄິດການເມືອງອ່າວສູງ, ມີແບບແຜນ-ຄຸນສົມບັດດີ ແລະ ມີຄວາມສາມາດໃນການອະພິປາຍລັດຖະການອ່າວສູງ ແລະ ໄດ້ຮັບຜົນງານດີເດັ່ນໃນໜ້າທີ່ຕຳແໜ່ງຂອງຕົນ, ເປັນຜູ້ດີເດັ່ນໃນບັນດາສະມາຊິກພັກກອມມູນິດຈີນ; ອົງປະກອບ ແລະ  ການແຈກຢາຍ ຂອງຜູ້ແທນອ່າວສົມເຫດສົມຜົນ, ອັດຕາສ່ວນການປະກອບໃນດ້ານຕ່າງໆລ້ວນແຕ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສູນກາງພັກ, ມີລັກສະນະການເປັນຕົວແທນຢ່າງກວ້າງຂວາງ.

ຂະນະທີ່ຄຸນວຸດທິຂອງຜູ້ແທນຕ່າງໆທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນນັ້ນ ຍັງຕ້ອງຜ່ານການກວດກາແລະຮັບຮອງຈາກຄະນະກຳມະການກວດກາຄຸນວຸດທິຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຕື່ມອີກ.