ຜະລິດຕະພັນຊອບແວອຸດສາຫະກຳຈີນສາມາດສ້າງລາຍຮັບເພີ່ມຂຶ້ນ 8,7%

2022-09-26 14:57:55 CRI

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເປີດເຜີຍຕົວເລກຂໍ້ມູນ ເມື່ອບໍ່ດົນມານີ້ ໂດຍສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຜະລິດຕະພັນຊອບແວອຸດສາຫະກຳຂອງຈີນ ສາມາດສ້າງລາຍຮັບໄດ້ 121,9 ຕື້ຢວນ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງໄດ້ຮັກສາການເຕີບໂຕຢ່າງຕໍ່ເນື່ອງ.

ອີງຕາມຕົວເລກຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໄດ້ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຊອບແວອຸດສາຫະກຳຂອງຈີນໄດ້ມີຕະຫຼາດຂະຫຍາຍຕົວກວ້າງອອກຢ່າງໝັ້ນທ່ຽງ, ມີຄວາມສາມາດສູງຂຶ້ນໃນການຕອບສະໜອງຕາມຄວາມຕ້ອງການ, ສະພາບແວດລ້ອມການພັດທະນາໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນການສ້າງຄວາມຮັບປະກັນອັນແຂງແຮງໃຫ້ແກ່ການຫັນເປັນດີຈີຕອນຂອງອຸດສາຫະກຳການຜະລິດ. ນັບແຕ່ປີ 2019 ຫາປີ 2021, ຜະລິດຕະພັນຊອບແວອຸດສາຫະກຳທົ່ວປະເທດຈີນສາມາດ ສ້າງລາຍຮັບເພີ່ມຂຶ້ນ 18,5% ສະເລຍຕໍ່ປີ.

ທ່ານຫວາງຈ້ຽນເຫວີຍ ຮອງຫົວໜ້າກົມພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ກ່າວວ່າ: ໃນບາດກ້າວຕໍ່ໄປ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຈະເພີ່ມທະວີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເພື່ອພະຍາຍາມຮ່ວມກັນໃນການຊຸກຍູ້ສົ່ງເສີມການນຳໃຊ້ຜະລິດ ຕະພັນຊອບແວອຸດສາຫະກຳ, ການບຸກທະລຸເຕັກນິກສຳຄັນ, ການສ້າງລະບົບນິເວດຂອງການນຳໃຊ້ຊອບແວອຸດສາຫະກຳ ແລະດ້ານອື່ນໆ, ເພື່ອເລັ່ງລັດສ້າງຄວາມເຂັ້ມແຂງໃນດ້ານທີ່ເປັນຈຸດອ່ອນຂອງຕົນ ແລະ ຊຸກຍູ້ໃຫ້ອຸດສາຫະກຳມີການພັດທະນາດ້ວຍຄຸນນະພາບສູງ.