ຈັດເວທີປຶກສາຫາລືຂັ້ນສູງກ່ຽວກັບການສຶກສາພິເສດຈີນ-ອາຊຽນ

2022-09-26 11:15:47 CRI

ເວທີປຶກສາຫາລືຂັ້ນສູງກ່ຽວກັບການສຶກສາພິເສດຈີນ-ອາຊຽນ ກໍຄືເວທີປຶກສາຫາລືຫົວຂໍ້ສະເພາະກ່ຽວກັບການສຶກສາຜູ້ເປັນອໍທິດສະຕິກຈີນ-ມາເລເຊຍ ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 24 ກັນຍານີ້ ໂດຍມີຜູ້ຊ່ຽວຊານຈາກຈີນແລະມາເລເຊຍເຂົ້າຮ່ວມແລະໄດ້ລົງເລິກແລກປ່ຽນ ກ່ຽວກັບການຮ່ວມມືແລະການພັດທະນາໃນຂົງເຂດການສຶກສາພິເສດລະຫວ່າງຈີນແລະມາເລເຊຍ, ການຝຶກອົບຮົມຄູອາຈານປິ່ນປົວພະຍາດອໍທິດສະຕິກ, ການຊ່ວຍເຫຼືອຜູ້ເປັນພະຍາດດັ່ງກ່າວຟື້ນຟູສຸຂະພາບ ແລະ ອື່ນໆ ເພື່ອຊົມໃຊ້ໝາກຜົນດ້ານການສຶກສາພິເສດ.

ມື້ດຽວກັນ, ຝ່າຍເຈົ້າພາບໄດ້ຈັດພິທີສອງຝ່າຍເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍຜ່ານທາງອອນລາຍ. ສອງຝ່າຍຈີນ ແລະ ມາເລເຊຍ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນຫຼາຍຢ່າງ ກ່ຽວກັບການລົງເລິກການແລກປ່ຽນກັນ, ການເພີ່ມທະວີການຝຶກອົບຮົມຜູ້ມີຄວາມຮູ້ຄວາມສາມາດ ແລະ ອື່ນໆ.