ຕົວເມືອງພາກເໜືອຂອງເຢຍລະມັນເກີດການແຫ່ຂະບວນ, ຮຽກຮ້ອງໃຫ້ລັດຖະບານສິ້ນສຸດການລົງໂທດຕໍ່ພະລັງງານຂອງຣັດເຊຍ

2022-09-26 11:26:49 cri

ວັນທີ 25 ກັນຍາ 2022 ຕາມເວລາທ້ອງຖິ່ນ, ປະຊາຊົນຫຼາຍພັນຄົນໃນນະຄອນລຸບມິນເຊິ່ງເປັນຕົວເມືອງທາງພາກເໜືອຂອງເຢຍລະມັນໄດ້ຈັດການແຫ່ຂະບວນປະທ້ວງຕາມຖະໜົນຫົນທາງ, ຮຽກຮ້ອງໃຫ້ລັດຖະບານເຢຍລະມັນເປີດການນຳໃຊ້ທໍ່ສົ່ງແກັສທຳມະຊາດ “Nord Stream 2” ໂດຍໄວແລະສິ້ນສຸດການລົງໂທດຕໍ່ພະລັງງານຂອງຣັດເຊຍ.

ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນເປີດເຜີຍໃຫ້ຮູ້ວ່າ, ປະຊາຊົນເຢຍລະມັນປະມານ 3.500 ຄົນທີ່ມາຈາກແຫ່ງຕ່າງໆຂອງທົ່ວປະເທດໄດ້ເຕົ້າໂຮມກັນຢູ່ນະຄອນລຸບມິນເຊິ່ງເປັນສິ້ນປາຍຂອງທໍ່ສົ່ງແກັສທຳມະຊາດ “Nord Stream 2”, ເພື່ອປະທ້ວງນະໂຍບາຍພະລັງງານຂອງລັດຖະບານເຢຍລະມັນ. ຜູ້ປະທ້ວງຮຽກຮ້ອງໃຫ້ລັດຖະບານເຢຍລະມັນສິ້ນສຸດການລົງໂທດພະລັງງານຂອງຣັດເຊຍໃນທັນທີ, ແລະໄດ້ຊີ້ໃຫ້ເຫັນວ່າ: ຖ້າວ່າທໍ່ສົ່ງແກັສທຳມະຊາດ “Nord Stream 2” ເປີດການນຳໃຊ້ແລ້ວ, ແກັສທຳມະຊາດຂອງຣັດເຊຍຈະສົ່ງໄປເຢຍລະມັນຄືນໃໝ່, ລາຄາພະລັງງານຈະຫຼຸດລົງຢ່າງວ່ອງໄວ, ແຕ່ວ່າລັດຖະບານເຢຍລະມັນໄດ້ປະຕິເສດຄວາມເປັນໄປໄດ້ທີ່ເປີດນຳໃຊ້ໂຄງການດັ່ງກ່າວເທື່ອແລ້ວເທື່ອອີກ.