ປະເທດທີ່ມີຄັງອາວຸດນິວເຄລຍໃຫຍ່ທີ່ສຸດຄວນປະຕິບັດຕາມພັນທະໜ້າທີ່ຂອງຕົນ

2022-09-27 15:11:53 CRI

ວັນທີ 26 ກັນຍານີ້, ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ໄດ້ຈັດກອງປະຊຸມຂັ້ນສູງ ເພື່ອລະນຶກ “ວັນສາກົນເພື່ອລຶບລ້າງອາວຸດນິວເຄລຍຢ່າງເຖິງຖອງ”, ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການ ສປຊ ໄດ້ປະກອບຄຳເຫັນໃນກອງປະຊຸມວ່າ: ປະເທດທີ່ມີຄັງອາວຸດນິວເຄລຍໃຫຍ່ທີ່ສຸດຄວນປະຕິບັດຕາມພັນທະໜ້າທີ່ພິເສດ ແລະ ບູລິມະສິດຂອງຕົນ, ຫຼຸດຈຳນວນອາວຸດນິວເຄລຍຂອງຕົນຢ່າງຫຼວງຫຼາຍ ແລະ ມີລັກສະນະທາດແທ້.

ທ່ານເກິງສວງກ່າວຕື່ມວ່າ: ມວນມະນຸດແມ່ນປະຊາຄົມຄວາມໝັ້ນຄົງທີ່ຕັດແຍກອອກຈາກກັນບໍ່ໄດ້, ປະເທດໜຶ່ງຈະບໍ່ສາມາດສະແຫວງຫາຄວາມໝັ້ນຄົງຂອງຕົນ ແບບທຳລາຍຄວາມໝັ້ນຄົງຂອງປະເທດອື່ນ. ຈີນຮຽກຮ້ອງໃຫ້ປະຊາຄົມໂລກຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ, ຮຽກຮ້ອງໃຫ້ບັນດາປະເທດທີ່ມີອາວຸດນິວເຄລຍຕັ້ງໜ້າສະໜັບສະໜູນຈຸດຢືນໄລຍະຍາວຂອງຈີນ ໂດຍນຳໃຊ້ນະໂຍບາຍບໍ່ໃຊ້ອາວຸດນິວເຄລຍກ່ອນໝູ່. ປະເທດທີ່ມີຄັງອາວຸດນິວເຄລຍໃຫຍ່ທີ່ສຸດຄວນປະຕິບັດຕາມພັນທະໜ້າທີ່ພິເສດ ແລະ ບູລິມະສິດຂອງຕົນ, ຫຼຸດຈຳນວນອາວຸດນິວເຄລຍຂອງຕົນຢ່າງຫຼວງຫຼາຍ ແລະ ມີລັກສະນະທາດແທ້, ເພື່ອສ້າງເງື່ອນໄຂໃຫ້ແກ່ການຫຼຸດຈຳນວນອາວຸດນິວເຄລຍຢ່າງຮອບດ້ານແລະເຖິງຖອງໃນທີ່ສຸດ.

ທ່ານເກິງສວງກ່າວຕື່ມອີກວ່າ: ຈີນຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຍຶດໝັ້ນຍຸດທະສາດນິວເຄລຍແບບປ້ອງກັນຕົວຢ່າງສະເໝີຕົ້ນສະເໝີປາຍ, ຈະບໍ່ນຳໃຊ້ອາວຸດນິວເຄລຍກ່ອນໝູ່ ພາຍໃຕ້ສະພາບການໃດໆໃນທຸກເວລາ.