ຈັດກອງປະຊຸມອົງການພະລັງງານປະລະມານູສາກົນຄັ້ງທີ 66

2022-09-27 10:53:33 CRI

ວັນທີ 26 ກັນຍານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມອົງການພະລັງງານປະລະມານູ ສາກົນຄັ້ງທີ 66 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນ ປະເທດໂອຕຣິສ ແລະ ຈະດຳເນີນໄປ ຈົນເຖິງວັນທີ 30 ເດືອນດຽວກັນ.

ໃນກອງປະຊຸມຄັ້ງນີ້, ຜູ້ແທນຂັ້ນສູງທີ່ມາຈາກ 175 ປະເທດສະມາຊິກຂອງອົງການພະ ລັງງານປະລະມານູສາກົນຈະປຶກສາຫາລືຫົວຂໍ້ໃນຂົງເຂດຕ່າງໆ ລວມທັງເພີ່ມທະວີການ ເຄື່ອນໄຫວທີ່ກ່ຽວຂ້ອງກັບເຕັກນິກວິທະຍາສາດກັບການປະຍຸກໃຊ້ໃນຂົງເຂດນິວເຄລຍ, ເພີ່ມທະວີການເຄື່ອນໄຫວດ້ານຄວາມປອດໄພນິວເຄລຍ ແລະ ການຮັກສາຄວາມປອດໄພ ດ້ານນິວເຄລຍຂອງອົງການພະລັງງານປະລະມານູສາກົນ ແລະ ເພີ່ມທະວີການຮັບປະກັນ ຢ່າງມີປະສິດທິພາບແລະປະສິດທິຜົນຂອງອົງການພະລັງງານປະລະມານູສາກົນ.