ສະຫະພາບເອີຣົບສະແດງຄວາມບໍ່ພໍໃຈຕໍ່ແຊກບີແລະຣັດເຊຍຈັດການພົບປະລະດັບລັດຖະມົນຕີການຕ່າງປະເທດ

2022-09-27 11:10:35 cri


    ວັນທີ 26 ກັນຍາ 2022, ໂຄສົກຄະນະກຳມາທິການສະຫະພາບເອີຣົບກ່າວຕໍ່ສື່ມວນຊົນວ່າ: ສະຫະພາບເອີຣົບຮູ້ສຶກບໍ່ພໍໃຈຕໍ່ທ່ານນິໂຄລາ ເຊລາໂຄວິກ ລັດຖະມົນຕີກະຊວງການຕ່າງປະເທດແຊກບີ ພົບປະກັບທ່ານ ເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ແລະໄດ້ເຊັນເອກະສານ “ແຜນການປຶກສາຫາລື” ໃນອາທິດແລ້ວນີ້, ໂດຍກ່າວວ່າການກະທຳດັ່ງກ່າວຈະພາໃຫ້ເກີດ “ບັນຫາໜັກໜ່ວງ”. ສະຫະພາບເອີຣົບເຫັນວ່າ: ແຊກບີໃນຖານະເປັນປະເທດສະໝັກເຂົ້າເປັນສະມາຊິກສະຫະພາບເອີຣົບ, ຄວນຮັກສາຄວາມເປັນເອກະພາບກັບນະໂຍບາຍການຕ່າງປະເທດໂດຍລວມຂອງສະຫະພາບເອີຣົບ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ