ກະຊວງການຕ່າງປະເທດຈີນແຈ້ງສະພາບການທີ່ກ່ຽວຂ້ອງກັບທ່ານຫວາງຢີ້ກ່າວຄຳປາໄສໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 77

2022-09-27 15:13:30 CRI

ວັນທີ 26 ກັນຍານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງສະພາບການທີ່ກ່ຽວຂ້ອງກັບທ່ານຫວາງຢີ້ກ່າວຄຳປາໄສໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສຊ ສະໄໝທີ 77.

ທ່ານວາງເວີນປິ່ນກ່າວວ່າ: ວັນທີ 24 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການ ສຊ ສະໄໝທີ 77 ໂດຍໄດ້ສະເໜີຈຸດຢືນ 6 ຂໍ້ກ່ຽວກັບສະຖານະການສາກົນໃນປັດຈຸບັນ ແລະ ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຄື: 1, ຕ້ອງການສັນຕິພາບ, ບໍ່ຕ້ອງການເສິກສົງຄາມ; 2, ຕ້ອງການການພັດທະນາ, ບໍ່ຕ້ອງການຄວາມທຸກຍາກ; 3, ຕ້ອງການການເປີດປະຕູສູ່ພາຍນອກ, ບໍ່ຕ້ອງການການປິດປະຕູ; 4, ຕ້ອງການການຮ່ວມມືກັນ, ບໍ່ຕ້ອງການການເປັນປໍລະປັກກັນ; 5, ຕ້ອງການຄວາມສາມັກຄີ, ບໍ່ຕ້ອງການຄວາມແຕກແຍກ ແລະ  6, ຕ້ອງການຄວາມຍຸດຕິທຳ, ບໍ່ຕ້ອງການຄວາມຂົ່ມເຫັງ.

ທ່ານຫວາງຢີ້ກ່າວວ່າ: ໂດຍປະເຊີນໜ້າກັບສິ່ງທ້າທາຍຕ່າງໆນານາໃນປັດຈຸບັນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ໂດຍຮຽກຮ້ອງໃຫ້ສ້າງປະຊາຄົມຮ່ວມການພັດທະນາທົ່ວໂລກ. ນອກນີ້, ທ່ານປະທານສີຈິ້ນຜິງຍັງໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ອຸທິດສະຕິປັນຍາຂອງຈີນ ເພື່ອສັນຕິພາບຂອງໂລກ ເຊິ່ງເປັນການສະເໜີແຜນການຈີນ ເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງສາກົນ.