ຈີນແລະຊີຣີຮ່ວມກັນລົງນາມໃນ “ຖະແຫຼງການຮ່ວມກ່ຽວກັບການຮ່ວມກັນດຳເນີນການເຄື່ອນໄຫວເພື່ອອະນຸລັກມໍລະດົກວັດທະນະທຳອາຊີ”

2022-09-27 11:09:54 cri

ວັນທີ 26 ກັນຍາ 2022, ທ່ານຫຼີ້ຊຸນ ຮອງລັດຖະມົນຕີກະຊວງວັດທະນະທຳແລະທ່ອງທ່ຽວຈີນ, ທັງເປັນຫົວໜ້າອົງການວັດຖຸບູຮານແຫ່ງຊາດຈີນໄດ້ຕາງໜ້າອົງການວັດຖຸບູຮານແຫ່ງຊາດຈີນ ແລະ ທ່ານໂມຮຳມັດ ຮະຊັນ ອໍ-ຄາດັມ ເອກອັກຄະລັດຖະທູດຊີຣີປະຈຳຈີນໄດ້ຕາງໜ້າກະຊວງວັດທະນະທຳຊີຣີ, ໂດຍຮ່ວມກັນລົງນາມໃນ “ຖະແຫຼງການຮ່ວມກ່ຽວກັບການຮ່ວມກັນດຳເນີນການເຄື່ອນໄຫວເພື່ອອະນຸລັກມໍລະດົກວັດທະນະທຳອາຊີ” ຢູ່ຫໍສະໝຸດແຫ່ງຊາດຈີນ.

ທ່ານຫຼີ້ຊຸນ ໄດ້ປະກອບຄຳເຫັນໃນພິທີເຊັນສັນຍາວ່າ: ຈີນ ແລະ ຊີຣີລົງນາມໃນຖະແຫຼງການຮ່ວມດັ່ງກ່າວ, ແມ່ນເອກະສານສອງຝ່າຍສະບັບທຳອິດທີ່ພາກສ່ວນມໍລະດົກວັດທະນະທຳທັງສອງປະເທດໄດ້ລົງນາມ, ເຊິ່ງມີຄວາມໝາຍສຳຄັນເປັນຂີດໝາຍໃນປະຫວັດສາດ.

ອີງຕາມຖະແຫຼງການຮ່ວມດັ່ງກ່າວ, ຈີນແລະຊີຣີຈະດຳເນີນການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການປົກປັກຮັກສາມໍລະດົກວັດທະນະທຳທີ່ຢູ່ໃນພາວະອັນຕະລາຍ, ດຳເນີນການດ້ານບູຮານຄະດີຮ່ວມ, ການສ້ອມແປງແລະອະນຸລັກວັດຖຸບູຮານ, ການແລກປ່ຽນດ້ານການວາງສະແດງຫໍພິພິທະພັນ, ຕ້ານການຄ້າຂາຍເຖື່ອນວັດຖຸບູຮານຢ່າງຜິດກົດໝາຍ, ການຝຶກອົບຮົບຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດແລະຂົງເຂດອື່ນໆພາຍໃຕ້ຂອບ “ການເຄື່ອນໄຫວເພື່ອອະນຸລັກມໍລະດົກວັດທະນະທຳອາຊີ.”