ປາກິດສະຖານໄດ້ຕາງໜ້າເກືອບ 70 ປະເທດປະກອບຄຳເຫັນຮ່ວມຢູ່ໃນກອງປະຊຸມຂອງສະພາສິດທິມະນຸດອົງການ ສປຊ

2022-09-27 15:14:42 CRI

ວັນທີ 26 ກັນຍານີ້ຕາມເວລາທ້ອງຖິ່ນ, ໃນກອງປະຊຸມສະໄໝທີ 51 ຂອງສະພາສິດທິມະນຸດອົງການ ສປຊ ທີ່ຈັດຂຶ້ນຢູ່ນະຄອນເຊີແນວຂອງສະວິດສ, ປາກິດສະຖານໄດ້ຕາງໜ້າເກືອບ 70 ປະເທດປະກອບຄຳເຫັນຮ່ວມ ໂດຍຊີ້ອອກວ່າ: ການເຄົາລົບອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອະທິປະໄຕ ແມ່ນຫຼັກການພື້ນຖານ ໃນການພົວພັນສາກົນ. ວຽກງານຊິນຈ່ຽງ, ຮົງກົງ ແລະ ຕິເບດແມ່ນວຽກງານພາຍໃນຂອງຈີນ. ຄັດຄ້ານການຫັນບັນຫາສິດທິມະນຸດເປັນບັນຫາການເມືອງ ແລະ ປະຕິບັດສອງມາດຕະຖານ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງຈີນ ດ້ວຍຂໍ້ອ້າງສິດທິມະນຸດ.

20 ກວ່າປະເທດໄດ້ສະໜັບສະໜູນຈີນ ດ້ວຍຮູບແບບການປະກອບຄຳເຫັນແຕ່ຝ່າຍດຽວ. ມີເກືອບ 100 ປະເທດສະໜັບສະໜູນ ແລະ ເຂົ້າໃຈຫຼັກໝັ້ນທີ່ເປັນທຳຂອງຈີນ ດ້ວຍຮູບແບບຕ່າງໆ.