ສະຫະພັນພັກການເມືອງຝ່າຍຂວາແລະກາງຂອງອີຕາລີຍາດໄດ້ບ່ອນນັ່ງສ່ວນຫຼາຍຂອງໃນລັດຖະສະພາ

2022-09-27 15:12:38 CRI

ວັນທີ 26 ກັນຍານີ້ຕາມເວລາທ້ອງຖິ່ນ, ກະຊວງພາຍໃນອີຕາລີໄດ້ເປີດເຜີຍຜົນການນັບບັດເລືອກຕັ້ງຂອງໜ່ວຍປ່ອນບັດສ່ວນຫຼາຍປະກົດວ່າ: ສະຫະພັນພັກການເມືອງຝ່າຍຂວາແລະກາງຂອງອີຕາລີ ທີ່ປະກອບດ້ວຍພັກພະລາດອນພາບອີຕາລີ, ພັກສະຫະພັນ ແລະ ພັກພະລັງອີຕາລີ ຍາດໄດ້ບັດເລືອກຕັ້ງ 44% ແລະ 43,8% ໃນສະພາສູງ ແລະ ສະພາຕ່ຳອີຕາລີຕາມລຳດັບ, ຕ່າງຍາດໄດ້ 112 ບ່ອນນັ່ງ ແລະ 235 ບ່ອນນັ່ງໃນສະພາສູງ ແລະ ສະພາຕ່ຳຕາມລຳດັບ ເຊິ່ງຍາດໄດ້ບ່ອນນັ່ງສ່ວນຫຼາຍໃນລັດຖະສະພາອີຕາລີ

ອີງຕາມສັນຍາເລືອກຕັ້ງຂອງສະຫະພັນພັກການເມືອງຝ່າຍຂວາແລະກາງຂອງອີຕາລີ, ທ່ານນາງຈໍເຈຍ ເມໂລນີ ປະທານພັກດັ່ງກ່າວອາດຈະເປັນນາຍົກລັດຖະມົນຕີເພດຍິງຜູ້ທຳອິດໃນປະຫວັດສາດຂອງອີຕາລີ.