ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາປະກາດຈະບໍ່ຍອມຮັບຜົນການເລືອກຕັ້ງທົ່ວໄປຂອງເຈົ້າໜ້າທີ່ທະຫານ

2022-09-28 15:41:26 CRI

ວັນທີ 27 ກັນຍານີ້ຕາມເວລາທ້ອງຖິ່ນ, ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາໄດ້ອອກຖະແຫຼງການ ໂດຍປະກາດວ່າ: ຈະບໍ່ຍອມຮັບຜົນການເລືອກຕັ້ງທົ່ວໄປຂອງເຈົ້າໜ້າທີ່ທະຫານ.

ມຽນມາໄດ້ຈັດການເລືອກຕັ້ງທົ່ວໄປໃນທ້າຍປີ 2020, ເຈົ້າໜ້າທີ່ທະຫານມຽນມາໄດ້ເຂົ້າຄວບຄຸມອຳນາດການປົກຄອງປະເທດໃນວັນທີ 1 ກຸມພາປີ 2021 ດ້ວຍຂໍ້ອ້າງທີ່ວ່າການເລືອກຕັ້ງທົ່ວໄປມີການສໍ້ໂກງ ແລະ ປະກາດພາວະສຸກເສີນ. ຫຼັງຈາກນັ້ນ, ຄະນະກຳມະການການບໍລິຫານງານແຫ່ງຊາດ ທີ່ສ້າງຕັ້ງໂດຍກອງບັນຊາການໃຫຍ່ກອງທັບປ້ອງກັນປະເທດມຽນມາ ໄດ້ປະກາດຈະຈັດການເລືອກຕັ້ງທົ່ວໄປອີກຄັ້ງໃໝ່ ພາຍຫຼັງພາວະສຸກເສີນສິ້ນສຸດລົງໃນປີ 2023.