ພາຍຸໄຕ້ຝຸ່ນ “ໂນຣູ” ເຮັດໃຫ້ປະຊາຊົນຟີລິບປີນ 1,5 ແສນຄົນປະສົບໄພ

2022-09-28 14:54:49 cri

ຄະນະກຳມະການບັນເທົາໄພແຫ່ງຊາດຟີລິບປີນເປີດເຜີຍໃຫ້ຮູ້ໃນວັນທີ 28 ກັນຍາ 2022 ວ່າ: ນັບມາຮອດເວລາ 8 ໂມງຂອງວັນທີ 28 ກັນຍານີ້, ພາຍຸໄຕ້ຝຸ່ນ “ໂນຣູ” ໄດ້ເຮັດໃຫ້ປະຊາຊົນຟີລິບປີນຫຼາຍກວ່າ 1,5 ແສນຄົນປະສົບໄພ.

ອີງຕາມຕົວເລກສະຖິຕິຂອງຄະນະກຳມະການດັ່ງກ່າວສະແດງໃຫ້ເຫັນວ່າ: ພາຍຸໄຕ້ຝຸ່ນ “ໂນຣູ” ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ ແລະ ຫາຍສາບສູນ 5 ຄົນ. ນັບມາຮອດປັດຈຸບັນ, ການສະໜອງໄຟຟ້າຢູ່ 115 ຕົວເມືອງໃນທົ່ວປະເທດຟີລິບປີນໄດ້ຖືກກະທົບ, ປັດຈຸບັນມີພຽງ 41 ຕົວເມືອງໄດ້ຟື້ນຟູການສະໜອງໄຟຟ້າຄືນໃໝ່ແລ້ວ, ຄວາມຄືບໜ້າດ້ານການສ້ອມແປງລະບົບສະໜອງໄຟຟ້າອ່າວຊັກຊ້າ.

ນອກນີ້, ກະຊວງກະສິກຳຟີລິບປີນໄດ້ຖະແຫຼງຂ່າວໃນວັນທີ 27 ກັນຍານີ້ວ່າ: ພາຍຸໄຕ້ຝຸ່ນ “ໂນຣູ” ໄດ້ເຮັດໃຫ້ເນື້ອທີ່ນາຫຼາຍກວ່າ 16.000 ເຮັກຕາຖືກທຳລາຍ, ຄວາມເສຍຫາຍທາງດ້ານເສດຖະກິດມີຫຼາຍກວ່າ 2,6 ລ້ານໂດລາສະຫະລັດ.