ປີຜ່ານມາ, ຈີນໃຊ້ງົບປະມານເຂົ້າໃນການສຶກສາບັນລຸເກືອບ 6.000 ຕື້ຢວນ

2022-09-28 14:57:56 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງສຶກສາທິການຈີນທີ່ຈັດຂຶ້ນໃນວັນທີ 27 ກັນຍານີ້, ເຈົ້າໜ້າທີ່ກົມການເງິນ ກະຊວງສຶກສາທິການຈີນໄດ້ໃຫ້ຮູ້ວ່າປີ 2021, ໂຄງປະກອບແລະຕົວເລກພື້ນຖານຂອງງົບປະມານດ້ານສຶກສາທິການຂອງຈີນ ຄື ງົບປະມານໂດຍລວມບັນລຸ 5.000 ກວ່າຕື້ຢວນ ຫຼື ເກືອບ 6.000 ຕື້ຢວນ; ງົບປະມານການເງິນບັນລຸ 4.000 ກວ່າຕື້ຢວນ ຫຼື ເກືອບ 5.000 ຕື້ຢວນ; ງົບປະມານສາທາລະນະທົ່ວໄປບັນລຸ 3.000 ກວ່າຕື້ຢວນ ຫຼື ເກືອບ 4.000 ຕື້ຢວນ; ທຶນບໍ່ແມ່ນງົບປະມານທາງການເງິນບັນລຸ 1.000 ກວ່າຕື້ຢວນ.

ເຈົ້າໜ້າທີ່ຜູ້ນີ້ກ່າວຕື່ມວ່າ: ໃນງົບປະມານໂດຍລວມດ້ານສຶກສາທິການທົ່ວປະເທດນັ້ນ, ມີ 80% ແມ່ນທຶນການສຶກສາຈາກການເງິນແຫ່ງລັດ ເຊິ່ງເປັນແຫຼ່ງທຶນໃຫຍ່ທີ່ສຸດຂອງທຶນການສຶກສາ; ໃນທຶນການສຶກສາຈາກການເງິນແຫ່ງລັດ, ມີ 80% ແມ່ນມາຈາກງົບປະມານສາທາລະນະທົ່ວໄປ, ການສຶກສາກາຍເປັນລາຍຈ່າຍໃຫຍ່ທີ່ສຸດຂອງງົບປະມານສາທາລະນະທົ່ວໄປ; ທຶນການສຶກສາໃນງົບປະມານສາທາລະນະທົ່ວໄປແຫ່ງຊາດ, ມີ 80% ແມ່ນມາຈາກອົງການປົກຄອງທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນແມ່ນຜູ້ໃຫ້ທຶນຫຼາຍທີ່ສຸດໃນດ້ານການສຶກສາ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ