ອິນໂດເນເຊຍຈັດກິດຈະກຳສະຫຼອງໝີແພນດາຈີນໄປດຳລົງຊີວິດຢູ່ອິນໂດເນເຊຍຄົບຮອບ 5 ປີ

2022-09-28 15:42:16 CRI



ວັນທີ 26 ກັນຍານີ້ຕາມເວລາທ້ອງຖິ່ນ, ສວນສັດຊາຟາຣີຂອງປະເທດອິນໂດເນເຊຍໄດ້ຈັດກິດຈະກຳສະຫຼອງການລ້ຽງດູໝີແພນດາຈີນຄົບຮອບ 5 ປີ. ໝີແພນດາ “ສາຍຖາວ” ແລະ “ຫູຊຸນ” ຈາກຈີນໄດ້ເດີນທາງໄປເຖິງອິນໂດເນເຊຍໃນວັນທີ 28 ກັນຍາປີ 2017. 5 ປີຜ່ານມານີ້, ໝີແພນດາສອງໂຕດັ່ງກ່າວໄດ້ລຶ້ງເຄີຍກັບສະພາບແວດລ້ອມການດຳລົງຊີວິດໃໝ່ແລ້ວ.

ວັນທີ 1 ສິງຫາປີ 2016, ອົງການປ່າໄມ້ແຫ່ງຊາດຈີນ ແລະ ກະຊວງສິ່ງແວດລ້ອມແລະປ່າໄມ້ອິນໂດເນເຊຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍຈີນແລະອິນໂດເນເຊຍຮ່ວມມືກັນໃນການອະນຸລັກໝີແພນດາ. ມື້ດຽວກັນ, ສະມາຄົມອະນຸລັກສັດປ່າຈີນ ແລະ ສວນສັດປ່າອິນໂດເນເຊຍໄດ້ເຊັນສັນຍາເຕັກນິກຮ່ວມກັນກ່ຽວກັບການອະນຸລັກແລະຄົ້ນຄວ້າໝີແພນດາລະຫວ່າງຈີນແລະອິນໂດເນເຊຍເປັນເວລາ 10 ປີ. ມາຮອດດຽວນີ້, ອິນໂດເນເຊຍໄດ້ກາຍເປັນປະເທດທີ 16 ທີ່ໄດ້ດຳເນີນການຮ່ວມມືຄົ້ນຄວ້າໝີແພນດາກັບຈີນຢູ່ໃນໂລກ.