ອາເມຣິກາອາດຈະບໍ່ສົ່ງຈະຫຼວດຂຶ້ນຈອດພື້ນຜິວດວງຈັນອີກກ່ອນເດືອນພະຈິກປີນີ້

2022-09-28 14:55:14 CRI

ວັນທີ 27 ກັນຍານີ້ຕາມເວລາທ້ອງຖິ່ນ, “ລະບົບສົ່ງຂຶ້ນອະວະກາດ” ຈະຫຼວດຂຶ້ນຈອດ ພື້ນຜິວດວງຈົນລຸ້ນໃໝ່ຂອງອົງການການບິນອະວະກາດແຫ່ງຊາດອາເມຣິກາໄດ້ຖືກຍ້າຍກັບ ເຂົ້າສາງຢ່າງປອດໄພແລ້ວ ເພື່ອຫຼີກເວັ້ນການຖືກທຳລາຍຈາກລົມພາຍຸເຂດຮ້ອນ “ໄອອັນ” ທີ່ພັດເຂົ້າມາໃນມໍ່ໆນີ້. ນີ້ເປັນການເສຍໂອກາດສົ່ງຈະຫຼວດຂຶ້ນສູ່ອະວະກາດເປັນຄັ້ງທີ 3 ແລ້ວ ນັບແຕ່ “ລະບົບສົ່ງຂຶ້ນອະວະກາດ” ດັ່ງກ່າວຖືກຂົນໄປຕັ້ງຢູ່ເທິງຖານສົ່ງ ເມື່ອວັນທີ 17 ສິງຫາປີນີ້ເປັນຕົ້ນມາ ເຊິ່ງສອງເທື່ອກ່ອນແມ່ນຍ້ອນເກີດການຕິດຂັດດ້ານເຕັກນິກ ແລະ ເທື່ອທີ 3 ນີ້ທີ່ກຳນົດຈະສົ່ງຂຶ້ນອະວະກາດໃນວັນທີ 27 ກັນຍານີ້ ກໍຖືກຍົກເລີກແລ້ວ ຍ້ອນລົມພາຍຸເຂດຮ້ອນ “ໄອອັນ”.

ທ່ານຈິມ ຟຣີ ເຈົ້າໜ້າທີ່ອົງການການບິນອະວະກາດແຫ່ງຊາດອາເມຣິກາ ກ່າວວ່າ: ການຍົກລະດັບເຕັກນິກໃຫ້ຈະຫຼວດ ທັງຂົນໄປຖານສົ່ງອີກ ເພື່ອຈະໄດ້ສົ່ງຂຶ້ນອະວະກາດໃນ ເດືອນຕຸລາປີນີ້ແມ່ນຍາກຫຼາຍ ໂດຍສະເພາະການປະກອບຖ່ານໄຟຟ້າໃໝ່ຈະເປັນເລື່ອງທີ່ ມີການທ້າທາຍທົດສອບເປັນພິເສດ. ກ່ອນໜ້ານີ້, ຂ່າວສານອາເປໄດ້ລາຍງານວ່າ: ຖ້າ “ລະບົບສົ່ງຂຶ້ນອະວະກາດ” ຖືກຂົນກັບຄືນອາຄານປະກອບຈະຫຼວດອີກ, ໄວສຸດຈະຕ້ອງ ຮອດເດືອນພະຈິກປີນີ້ຈຶ່ງຈະສາມາດທົດລອງສົ່ງຄັ້ງໃໝ່ໄດ້.