ການຄ້າກັບຕ່າງປະເທດຂອງຈີນປາກົດມີຄວາມໜຽວແໜ້ນ ແລະ ມີຊີວິດຊີວາອ່າວສູງ

2022-09-28 15:40:49 CRI

ວັນທີ 27 ກັນຍານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບນະໂຍບາຍຂອງຄະນະລັດຖະບານ ໂດຍໄດ້ແນະນຳສະພາບການທີ່ກ່ຽວຂ້ອງກັບການສະໜັບສະໜູນໃຫ້ການຄ້າກັບຕ່າງປະເທດພັດທະນາໄປຢ່າງໜັກແໜ້ນ.

ທ່ານວາງໂຊ້ເວີນ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ໄລຍະ 8 ເດືອນປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນໄດ້ບັນລຸເຖິງ 27.300 ຕື້ຢວນ, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການຄ້າກັບຕ່າງປະເທດຂອງຈີນປາກົດມີຄວາມໜຽວແໜ້ນ ແລະ ມີຊີວິດຊີວາອ່າວສູງ.

ທ່ານວາງໂຊ້ເວີນກ່າວຕື່ມວ່າ: ເພື່ອຮັບມືກັບສະພາບແວດລ້ອມການພັດທະນາຂອງການຄ້າກັບຕ່າງປະເທດທີ່ນັບມື້ນັບສັບສົນ, ຫວ່າງມໍ່ໆມານີ້, ຄະນະລັດຖະບານຈີນໄດ້ຄົ້ນຄວ້າພິຈາລະນານະໂຍບາຍແລະມາດຕະການຕ່າງໆ ເພື່ອສະໜັບສະໜູນໃຫ້ການຄ້າກັບຕ່າງປະເທດພັດທະນາໄປຢ່າງໜັກແໜ້ນ ເຊິ່ງມີເນື້ອໃນ 3 ດ້ານ ຄື: 1, ເພີ່ມຄວາມສາມາດໃນການປະຕິບັດສັນຍາການຄ້າກັບຕ່າງປະເທດ, ເປີດກວ້າງຕະຫຼາດສາກົນຕື່ມອີກ. 2, ກະຕຸກຊຸກຍູ້ຄວາມສາມາດດ້ານການປະດິດສ້າງໃໝ່ ເພື່ອຊ່ວຍຊຸກຍູ້ໃຫ້ການຄ້າກັບຕ່າງປະເທດພັດທະນາໄປຢ່າງໜັກແໜ້ນ ແລະ 3, ເພີ່ມຄວາມສາມາດດ້ານການຮັບປະກັນ, ຊຸກຍູ້ໃຫ້ການຄ້າດຳເນີນໄປຢ່າງໂລ່ງລ່ຽນ.

ໃນຂະນະດຽວກັນ, ກະຊວງການຄ້າຈີນຈະສືບຕໍ່ຮ່ວມກັບທ້ອງຖິ່ນແລະພາກສ່ວນທີ່ກ່ຽວຂ້ອງ, ພະຍາຍາມໃຫ້ການບໍລິການທີ່ດີ ເພື່ອໃຫ້ວິສາຫະກິດການຄ້າກັບຕ່າງປະເທດອັນໄພສານຫຼຸດຕົ້ນທຶນໃຫ້ໜ້ອຍລົງ ແລະ ມີປະສິດທິພາບສູງຂຶ້ນ.