ຫຼາຍແຂວງພາກໄຕ້ຂອງສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນໂນຣູ

2022-09-29 22:21:54 cri

ຕາມຂໍ້ມູນລາຍງານຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໃນຕອນເຊົ້າວັນທີ 29 ກັນຍາ 2022, ນໍ້າເຊກອງ ຢູ່ຈຸດວັດແທກບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ວັດແທກໄດ້ 16,28 ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ. ພ້ອມກັນນັ້ນ, ນໍ້າຈາກລໍານໍ້າເຊກອງ ຍັງໄດ້ລົ້ນຝັ່ງໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ເທດສະບານຂອງແຂວງອັດຕະປື, ເຊິ່ງມີບ້ານເວີນແຄນ, ສະເພົາທອງ, ບ້ານບຸ່ງ, ບ້ານຫລັກສາມ ແລະ ບ້ານເຊກອງຖືກນຳ້ຖ້ວມ, ເຮັດໃຫ້ເຮືອນຫລາຍຫລັງ ໄດ້ຮັບຄວາມເສຍຫາຍ, ປະຊາຊົນຫລາຍຄອບຄົວໄດ້ຮີບຮ້ອນຂົນຊັບສິນ-ເຄື່ອງໃຊ້ຍ້າຍໄປໄວພື້ນທີ່ສູງ, ມາຮອດເວລາອອກຂ່າວ, ລະດັບນໍ້າ ຍັງເພີ່ມສູງຂຶ້ນເລື້ອຍໆ.

ຂ່າວເມືອງຈຳປາສັກລາຍງານໃຫ້ຮູ້ວ່າ: ວັນທີ 28 ກັນຍາ2022ນີ້ ເມືອງຈຳປາສັກໄດ້ຮັບຜົນກະທົບຈາກ ພະຍຸ ໂນຣູ ທັງໝົດ 73 ບ້ານ ຄວາມເສຍຫາຍເບື້ອງຕົ້ນມີ ຫຼາຍຈຸດຢູ່ເມືອງເຮົາຄື:ສະພາບນຳ້ຖ້ວມຫຼາຍຈຸດ ໂດຍສະເພາະ ບ້ານທາງແບ່ງ, ບ້ານທາງຄົບ ແລະບ້ານອື່ນໆພາຍໃນເມືອງຈຳປາສັກ,ເສົາໄຟຟ້າລົ້ມຢູ່ບ້ານວັດໄຊ,ແລະນຳ້ໄຫຼຂ້າມທາງ, ຖ້ວມທາງເຂົ້າບ້ານ ໜອງສະໂນ, ທາງເຂົ້າບ້ານໜອງຂາມ, ແລະ ຖ້ວມຕາມບ້ານ,ຕາມຄົວເຮືອນປະຊາຊົນ.

ຕາມການລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ໃນວັນທີ 29 ກັນຍາ ນີ້ ກ່ຽວກັບສະພາບຜົນກະທົບຈາກໄພພິບັດທາງທຳມະຊາດ ລະຫວ່າງວັນທີ 27-29 ກັນຍາ 2022 ແຂວງເຊກອງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເນື່ອງຈາກໄດ້ມີລົມພາຍຸເຂດຮ້ອນ ໂນຣູ (Noru) ຫົວທີ 16 ເຂົ້າພັດຜ່ານ ແຂວງເຊກອງ ໃນວັນທີ27-28 ກັນຍາ ແລະ ໄດ້ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນພາຍໃນແຂວງ. ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເມືອງທີ່ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ມີ 28 ບ້ານ, ສູນຫາຍ 1 ຄົນ (ເມືອງດາກຈຶງ), ເສັ້ນທາງ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ, ໄຟຟ້າ 1 ຈຸດ; ໃນວັນທີ 28 ລະດັບນໍ້າເຊກອງ ສາມາດແທກໄດ້ 14,26 ແມັດ ເວລາ 19:00 ໂມງ, ແລະ ສາຂາຂອງແມ່ນຳ້ເຊກອງ ເກີດມີນໍ້າຖ້ວມຂັງ, ນໍ້າປ່າໄຫຼຫຼາກ; ມາຮອດວັນທີ 29 ລະດັບນ້ຳເຊກອງ ໄດ້ລົດລົງ ແທກໄດ້ 7,21 ແມັດ ເວລາ 9:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ແມ່ນໄດ້ລົດລົງ.

ແຫລ່ງຂ່າວ: ແຂວງເຊກອງ ແຂວງອັດຕະປື ໜັງສືພິມລາວພັດທະນາ