ອິນໂດເນເຊຍອະນຸມັດໃຫ້ນຳໃຊ້ວັກຊິນອິນໂດແວກ ທີ່ເປັນວັກຊິນປ້ອງກັນໂຄວິດ-19 ຊະນິດທຳອິດທີ່ອິນໂດເນເຊຍຄົ້ນຄວ້າຜະລິດເອງ ພາຍໃຕ້ສະພາບສຸກເສີນ

2022-09-29 14:48:54 CRI

ວັນທີ 28 ກັນຍານີ້, ທ່ານນາງເປນນີ ລູກິໂຕ ຫົວໜ້າອົງການຄຸ້ມຄອງອາຫານແລະຢາອິນໂດເນເຊຍເປີດເຜີຍໃຫ້ຮູ້ວ່າ: ອົງການດັ່ງກ່າວໄດ້ອະນຸມັດໃຫ້ນຳໃຊ້ວັກຊິນອິນໂດແວກ ທີ່ຄົ້ນຄວ້າຜະລິດຮ່ວມໂດຍບໍລິສັດບີໂອ ຟາມາ ທີ່ເປັນລັດວິສາຫະກິດຜະລິດຢາອິນໂດເນເຊຍ ແລະ ວິທະຍາໄລແພດສາດໂບລໍຂອງອາເມຣິກາ ກັບບຸກຄົນທີ່ມີອາຍຸ 18 ປີຂຶ້ນໄປ ພາຍໃຕ້ສະພາບສຸກເສີນ.

ໃນຕົ້ນເດືອນນີ້, ບໍລິສັດບີໂອ ຟາມາເຄີຍເປີດເຜີຍໃຫ້ຮູ້ວ່າ, ບໍລິສັດຕົນຈະຜະລິດວັກຊິນອິນໂດແວກລວມ 20 ລ້ານຫຼອດໃນປີ 2022; ເມື່ອຮອດປີ 2024, ການຜະລິດວັກຊິນຈະບັນລຸເຖິງ 100 ລ້ານຫຼອດ. ບໍລິສັດບີໂອ ຟາມາຍັງໄດ້ຮ້ອງຂໍໃບຢັ້ງຢືນທີ່ໃຫ້ວັກຊິນດັ່ງກ່າວສອດຄ່ອງກັບກົດໝາຍອິສລາມ. ນອກນີ້, ບໍລິສັດບີໂອ ຟາມາຍັງແຈ້ງໃຫ້ຮູ້ຕື່ມວ່າ: ບໍລິສັດຕົນໄດ້ຮ້ອງຂໍນຳອົງການອະນາໄມໂລກ ຫຼື WHO ເພື່ອໃຫ້ນຳໃຊ້ວັກຊິນດັ່ງກ່າວພາຍໃຕ້ສະພາບສຸກເສີນ.

ປັດຈຸບັນ, ອິນໂດເນເຊຍຍັງພວມຄົ້ນຄວ້າຜະລິດວັກຊິນອິນາແວກ ທີ່ເປັນວັກຊິນປ້ອງກັນໂຄວິດ-19 ອີກຊະນິດໜຶ່ງໄປພ້ອມກັນ.