ຣັດເຊຍຈະຈັດກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາ “Nord Stream”

2022-09-29 10:49:15 cri


ວັນທີ 28 ກັນຍາ 2022 ຕາມເວລາທ້ອງຖິ່ນ, ທ່ານດິມິຕຣິ ໂປລິຢັນສະກີ ຮອງຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳອົງການສະຫະປະຊາຊາດກ່າວວ່າ: ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະຈັດກອງປະຊຸມສຸກເສີນກ່ຽວກັບທໍ່ສົ່ງແກັສທຳມະຊາດ “Nord Stream” ຖືກທຳລາຍໃນເວລາ 22 ໂມງຂອງວັນທີ 30 ກັນຍານີ້ຕາມເວລາຢູ່ມົດສະກູ.

ກ່ອນໜ້ານີ້, ທ່ານນາງມາເຣຍ ຊັກຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນສື່ສັງຄົມອອກລາຍວ່າ: ຣັດເຊຍຈະຈັດກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບການກະທຳທ້າທາຍທີ່ເກີດຂຶ້ນກັບທໍ່ສົ່ງແກັສທຳມະຊາດ “Nord Stream” ໃນວັນທີ 29 ກັນຍານີ້.