ທ່ານສີຈິ້ນຜິງແລະທ່ານຟູມິໂອ ຄິຊິດາ ສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດການພົວພັນລະຫວ່າງຈີນ-ຍີ່ປຸ່ນຫັນເປັນປົກກະຕິຄົບຮອບ 50 ປີ

2022-09-29 11:09:53 cri


    ວັນທີ 29 ກັນຍາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານຟູມິໂອ ຄິຊິດາ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ ເນື່ອງໃນໂອກາດການພົວພັນລະຫວ່າງຈີນ-ຍີ່ປຸ່ນຫັນເປັນປົກກະຕິຄົບຮອບ 50 ປີ.

ເນື້ອໃນສານຂອງທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງລັດຖະບານແລະປະຊາຊົນທັງສອງປະເທດ, ຈີນແລະຍີ່ປຸ່ນໄດ້ລົງນາມໃນເອກະສານການເມືອງ 4 ສະບັບແລະຂໍ້ຕົກລົງສຳຄັນຕ່າງໆ, ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໄດ້ສ້າງຄວາມສຸກສຳຄັນໃຫ້ແກ່ລັດຖະບານແລະປະຊາຊົນທັງສອງປະເທດ, ທັງໄດ້ຊຸກຍູ້ສັນຕິພາບແລະການພັດທະນາຂອງພາກພື້ນກໍຄືຂອງໂລກ. ຂ້າພະເຈົ້າຍິນດີຮ່ວມກັບທ່ານຟູມິໂອ ຄິຊິດາ, ນຳພາສອງປະເທດຖືການພົວພັນໄດ້ຟື້ນຟູຄືນສູ່ຄວາມເປັນປົກກະຕິລະຫວ່າງສອງປະເທດຄົບຮອບ 50 ປີເປັນໂອກາດທີ່ດີ, ຮ່ວມກັນສຸມກຳລັງເພື່ອສ້າງສາຍພົວພັນລະຫວ່າງຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຍຸກໃໝ່.

ເນື້ອໃນສານຂອງທ່ານຟູມິໂອ ຄິຊິດາ ລະບຸວ່າ: ໃນໄລຍະ 50 ປີຜ່ານມາ, ສອງປະເທດຍີ່ປຸ່ນແລະຈີນໄດ້ຮັບຄວາມຄືບໜ້າຢ່າງຫຼວງຫຼາຍດ້ານການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດ, ວັດທະນະທຳ, ການໄປມາຫາສູ່ກັນລະຫວ່າງປະຊາຊົນແລະຂົງເຂດອື່ນໆ. ຍີ່ປຸ່ນຍິນດີຮ່ວມກັນກັບຈີນ, ສຸມສາຍຕາໃສ່ 50 ປີຂ້າງໜ້າ, ຊຸກຍູ້ການສ້າງສາຍພົວພັນຈີນ-ຍີ່ປຸ່ນທີ່ມີລັກສະນະສ້າງສັນແລະໝັ້ນທ່ຽງ, ຮ່ວມກັນຊຸກຍູ້ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ, ພາກພື້ນກໍຄືຂອງໂລກ.