ກອງປະຊຸມໃຫຍ່ IAEA ຈະຄົ້ນຄວ້າພິຈາລະນາຫົວຂໍ້ກ່ຽວກັບການຮ່ວມມືດ້ານກ່ຳປັ່ນດຳນ້ຳພະລັງງານນິວເຄລຍລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ

2022-09-29 14:47:17 CRI

ກອງປະຊຸມໃຫຍ່ອົງການພະລັງງານປະລະມານູສາກົນ ຫຼື IAEA ສະໄໝທີ 66 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນປະເທດໂອຕຣິສໃນວັນທີ 26 ກັນຍານີ້.

ກອງປະຊຸມຄັ້ງນິ້ຈະຄົ້ນຄວ້າພິຈາລະນາບັນຫານິວເຄລຍທີ່ເປັນບັນຫາເຄັ່ງຮ້ອນຕ່າງໆ ເຊັ່ນ: ການນຳໃຊ້ວິທະຍາສາດເຕັກນິກນິວເຄລຍ, ເພີ່ມທະວີປະສິດທິຜົນດ້ານການຮັບປະກັນ ແລະ ຕິດຕາມ, ງົບປະມານດ້ານການເງິນ ພ້ອມທັງບັນຫານິວເຄລຍຢູ່ແຫຼມເກົາຫຼີ, ຕາເວັນອອກກາງ ແລະ ຄວາມໝັ້ນຄົງດ້ານນິວເຄລຍຂອງອູແກຣນ. ກອງປະຊຸມຍັງຈະຄົ້ນຄວ້າພິຈາລະນາຫົວຂໍ້ທີ່ວ່າ: “ການໂອນວັດຖຸນິວເຄລຍ ໃນການຮ່ວມມືກ່ຽວກັບກ່ຳປັ່ນດຳນ້ຳພະລັງງານນິວເຄລຍລະຫວ່າງອາເມຣິກາ, ອັງກິດ ແລະ ອົສຕຣາລີ ພ້ອມດ້ວຍການຮັບປະກັນແລະການຕິດຕາມທີ່ກ່ຽວຂ້ອງຂອງການຮ່ວມມືດັ່ງກ່າວ ຈະມີຜົນກະທົບຄືແນວໃດຕໍ່ “ສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄລຍ” ເຊິ່ງແມ່ນຝ່າຍຈີນໄດ້ເພີ່ມຫົວຂໍ້ເຂົ້າໃນວາລະຂອງກອງປະຊຸມເປັນຄັ້ງທຳອິດ. ພາຍຫຼັງການຄົ້ນຄວ້າພິຈາລະນາແລ້ວ, ກອງປະຊຸມຈະຜ່ານຮ່າງມະຕິກ່ຽວກັບບາງຫົວຂໍ້. ກອງປະຊຸມດັ່ງກ່າວຈະປິດລົງໃນວັນທີ 30 ກັນຍານີ້.