ແຂວງອັດຕະປື ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນໂນຣູ

2022-09-29 10:41:21 CRI




ພາຍຸໃຕ້ຝຸ່ນໂນຣູ ໄດ້ພັດເຂົ້າແຂວງອັດຕະປື ໃນຄືນວັນທີ 27 ຈົນຮອດຕອນເຊົ້າວັນທີ 28 ກັນຍາ 2022 ເກີດມີຝົນຕົກໜັກ ເຮັດໃຫ້ 5 ເມືອງໄດ້ຮັບຜົນກະທົບ ຄື: ເມືອງສາມັກຄີໄຊ, ໄຊເສດຖາ, ເມືອງພູວົງ, ຊານໄຊ ແລະ ເມືອງສະໜາມໄຊ. 



   ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ເມືອງທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນເມືອງຊານໄຊ ເຊິ່ງທົ່ວເມືອງເກີດມີນ້ຳຖ້ວມ ແລະ ນ້ຳໄຫລຊຸແຮງ, ລະດັບນ້ຳຕາມແມ່ນ້ຳຕ່າງໆກໍເພີ່ມສູງຂຶ້ນເລື້ອຍໆ. ປັດຈຸບັນ, ຍັງບໍ່ມີຕົວເລກຄວາມເສຍຫາຍຢ່າງເປັນທາງການ. ພ້ອມນີ້ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງກຳລັງເລັ່ງໃຫ້ການຊ່ວຍເຫລືອຜູ້ທີ່ຕິດຄ້າງຕາມສະຖານທີ່ຕ່າງໆ.



ສຳລັບ ເມືອງສະຫນາມໄຊ ແມ່ນມີຄວາມສ່ຽງສູງ ທີ່ຈະໄດ້ຮັບຜົນກະທົບຈາກນ້ຳຖ້ວມໜັກ ເນື່ອງຈາກເປັນເຂດອ່າວຮັບປະລິມານນ້ຳ  ເຊິ່ງທາງພາກສ່ວນກ່ຽວຂ້ອງ ກໍໄດ້ແຈ້ງເຕືອນປະຊາຊົນ ໃຫ້ມີສະຕິລະວັງຕົວ ແລະ ເກັບມ້ຽນສິ່ງຂອງສັດລ້ຽງ ເພື່ອຫລີກລ່ຽງຄວາມເສຍທີ່ອາດເກີດຂຶ້ນ ຈາກໄພພິບັດຄັ້ງນີ້.


ຈາກ, ວສລ