ກອງປະຊຸມເວທີປຶກສາຫາລືການແລກປ່ຽນວັດທະນະທຳຂັ້ນສູງຈີນ-ອາກຊັງຕິນໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງ

2022-09-29 10:37:06 cri

ວັນທີ 28 ກັນຍາ 2022, ກອງປະຊຸມເວທີປຶກສາຫາລືການແລກປ່ຽນວັດທະນະທຳຂັ້ນສູງຈີນ-ອາກຊັງຕິນໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານອານເບີໂຕ ເຟີນັນເດັສ໌ ປະທານາທິບໍດີອາກຊັງຕິນ ຕ່າງໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີປຶກສາຫາລືການແລກປ່ຽນວັດທະນະທຳຂັ້ນສູງຈີນ-ອາກຊັງຕິນ.

ກອງປະຊຸມເວທີປຶກສາຫາລືຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຕ່າງໆຂອງປີຮ່ວມມືບົນຈິດໃຈມິດຕະພາບຈີນ-ອາກຊັງຕິນປີ 2022, ໄດ້ຮ່ວມກັນຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ແລະຫ້ອງການເລຂາທິການລັດຖະບານເຊິ່ງເປັນສື່ມວນຊົນສາທາລະນະອາກຊັງຕິນ, ມີຜູ້ຕາງໜ້າ 100 ກວ່າທ່ານຂອງສອງປະເທດ ແລະ ປະເທດທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດັ່ງກ່າວຜ່ານທາງອອນລາຍແລະອັອບລາຍ.