ຄະນະກຳມາທິການສະຫະພາບເອີຣົບປະກາດມາດຕະການລົງໂທດຣັດເຊຍຮອບທີ 8

2022-09-29 11:15:54 CRI

ວັນທີ 28 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານນາງອູຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ແລະ ທ່ານໂຈເຊັບ ໂບເຣວ ຜູ້ຕາງໜ້າຂັ້ນສູງດ້ານວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງສະຫະພາບເອີຣົບ ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານສະຫະພາບເອີຣົບທີ່ນະຄອນຫຼວງບລຸກແຊນ ປະເທດແບນຊິກ ໂດຍໄດ້ປະກາດມາດຕະການລົງໂທດຣັດເຊຍຮອບທີ 8.

ທ່ານນາງອູຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ໄດ້ປະກາດວ່າຈະຫ້າມສິນຄ້າຣັດເຊຍເຂົ້າໄປຈຳໜ່າຍໃນຕະຫຼາດສະຫະພາບເອີຣົບຢ່າງຮອບດ້ານ ເຊິ່ງຈະເຮັດໃຫ້ລາຍຮັບຂອງຣັດເຊຍຫຼຸດລົງ 7 ຕື້ເອີໂຣ; ເພີ່ມບັນຊີລາຍການຫ້າມສົ່ງອອກສິນຄ້າ, ເຕັກໂນໂລຊີ ແລະ ການບໍລິການໄປຣັດເຊຍ; ພ້ອມກັນນັ້ນ, ສະຫະພາບເອີຣົບຍັງຈະປະກາດກົດໝາຍພື້ນຖານກ່ຽວກັບການຈຳກັດລາຄານ້ຳມັນຣັດເຊຍ ແລະ ຈະນຳໃຊ້ມາດຕະການເພື່ອລົງໂທດການປະພຶດໃດໆທີ່ຢາກຫຼີກລ່ຽງການລົງໂທດຕໍ່ຣັດເຊຍຂອງສະຫະພາບເອີຣົບ. ຂະນະທີ່ທ່ານໂຈເຊັບ ໂບເຣວ ຜູ້ຕາງໜ້າຂັ້ນສູງດ້ານວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງສະຫະພາບເອີຣົບ ໄດ້ປະກາດເພີ່ມລາຍຊື່ບຸກຄົນ ແລະ ນິຕິບຸກຄົນຂອງຣັດເຊຍ ທີ່ເປັນເປົ້າໝາຍລົງໂທດ ລວມທັງບຸກຄົນໃນລັດຖະບານ, ກອງທັບ, ອົງການສຶກສາຄົ້ນຄວ້າວິທະຍາສາດ ແລະ ນິຕິບຸກຄົນອື່ນໆ.

ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງ, ມາດຕະການດັ່ງກ່າວຍັງຕ້ອງໃຫ້ 27 ປະເທດສະມາຊິກໃນສະຫະພາບເອີຣົບຄົ້ນຄວ້າພິຈາລະນາ ແລະ ໃຫ້ອະນຸມັດກ່ອນແລ້ວຈຶ່ງຈະມີຜົນບັງຄັບໃຊ້.