ພິທີວາງກະຕ່າດອກໄມ້ຢູ່ອະນຸສາວະລີວິລະຊົນປະຊາຊົນຂອງຈີນຈະຈັດຂຶ້ນໃນຕອນເຊົ້າວັນທີ 30 ກັນຍານີ້

2022-09-29 10:42:52 CRI

ວັນທີ 30 ກັນຍາແມ່ນວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດແຫ່ງຊາດຂອງຈີນ, ຕອນເຊົ້າມື້ນັ້ນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳພັກລັດທ່ານອື່ນໆ ຈະຮ່ວມກັບຜູ້ຕາງໜ້າວົງການຕ່າງໆ, ວາງກະຕ່າດອກໄມ້ຢູ່ອະນຸສາວະລີວິລະຊົນປະຊາຊົນຂອງຈີນຢູ່ສະໜາມຫຼວງທ່ຽນອ່ານເໝິນນະຄອນຫຼວງປັກກິ່ງ.

ເມື່ອຮອດເວລານັ້ນ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ຈະຖ່າຍທອດສົດພິທີດັ່ງກ່າວ.