ອິຣານຍິງປືນໃຫຍ່ໃສ່ເຂດປົກຄອງຕົນເອງຊາວເຄີດອີຣັກ, ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ບາດເຈັບ 50 ຄົນ

2022-09-29 15:38:33 cri


ສື່ມວນຊົນທ້ອງຖິ່ນອີຣັກລາຍງານໃນວັນທີ 28 ກັນຍາ 2022 ວ່າ: ກອງທັບປ້ອງກັນການປະຕິວັດອິສຣາມຍິງປືນໃຫຍ່ໃສ່ເຂດປົກຄອງຕົນເອງຊາວເຄີດອີຣັກ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ແລະບາດເຈັບ 50 ຄົນ.

ວັນທີ 28 ກັນຍານີ້, ກະຊວງການຕ່າງປະເທດອີຣັກໄດ້ຮຽກເອກອັກຄະລັດຖະທູດອີຣານປະຈຳອີຣັກເຂົ້າພົບໂດຍດ່ວນ, ເພື່ອສະແດງການປະທ້ວງຢ່າງຮຸນແຮງກ່ຽວກັບອີຣານໂຈມຕີເຂດປົກຄອງຕົນເອງຊາວເຄີດອີຣັກ. ກະຊວງການຕ່າງປະເທດອີຣັກອອກຖະແຫຼງການລະບຸວ່າ: ການກະທຳທ້າທາຍແຕ່ຝ່າຍດຽວຂອງອີຣານຈະເຮັດໃຫ້ສະຖານະການຄວາມໝັ້ນຄົງຂອງພາກພື້ນສັບສົນກວ່າເກົ່າ, ແລະເຮັດໃຫ້ສະຖານະການເຄັ່ງຕຶງກວ່າເກົ່າ, ອີຣັກຈະປະຕິບັດມາດຕະການທີ່ຈຳເປັນທຸກຢ່າງເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ