ຈີນປະກອບສ່ວນຢ່າງຕັ້ງໜ້າຕໍ່ຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ

2022-09-30 17:15:08 CRI

ວັນທີ 23 ກັນຍານີ້, ບຸນເກັບກ່ຽວຂອງຊາວກະສິກອນຄັ້ງທີ 5 ຂອງຈີນໄດ້ໝູນວຽນມາເຖິງ. ຕົວເລກຂໍ້ມູນທີ່ກະຊວງກະສິກຳແລະຊົນນະບົດຈີນເປີດເຜີຍໃນວັນທີ 28 ກັນຍານີ້ສະແດງໃຫ້ເຫັນວ່າ: ທ້ອງຖິ່ນຕ່າງໆຂອງຈີນພວມເກັບກ່ຽວທັນຍາຫານຢ່າງຂະໜາດໃຫຍ່, ປັດຈຸບັນ, ໄດ້ເກັບກ່ຽວທັນຍາຫານປະເພດຕ່າງໆຫຼາຍກວ່າ 25 ລ້ານເຮັກຕາ ເຊິ່ງໄດ້ສຳເລັດໄປແລ້ວເກືອບ 30%. ຈີນກຳລັງຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຕົນດ້ວຍຈັງຫວະທີ່ໜັກແໜ້ນ.

ຄວາມໝັ້ນຄົງດ້ານທັນຍາຫານ, ດ້ານພະລັງງານ ແລະ ດ້ານການເງິນ ເປັນຄວາມໝັ້ນຄົງສຳຄັນ 3 ຢ່າງຂອງປະເທດໜຶ່ງ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ລັດຖະບານຈີນໄດ້ສະເໜີແນວຄວາມຄິດຄວາມໝັ້ນຄົງດ້ານທັນຍາຫານທີ່ວ່າ: ຮັບປະກັນການສະໜອທັນຍາຫານດ້ວຍຕົນເອງໂດຍພື້ນຖານ ແລະ ຮັບປະກັນຄວາມໝັ້ນຄົງເດັດຖານດ້ານອາຫານຂອງປະຊາຊົນ ເຊິ່ງຖືເອົາຄວາມໝັ້ນຄົງດ້ານທັນຍາຫານເປັນວຽກງານສຳຄັນອັນດັບໜຶ່ງໃນການປົກຄອງປະເທດ, ກຳແໜ້ນສິດເປັນເຈົ້າການດ້ານຄວາມໝັ້ນຄົງຂອງທັນຍາຫານ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ການປະທະກັນໃນພາກພື້ນ, ອາກາດຜິດປົຕິ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ສະພາບຄວາມໝັ້ນຄົງດ້ານທັນຍາຫານຂອງໂລກພົບບັນຫາທີ່ໜັກໜ່ວງ. “ບົດລາຍງານກ່ຽວກັບວິກິດການດ້ານທັນຍາຫານທົ່ວໂລກປີ 2022” ທີ່ອົງການຟາວຂອງອົງການສະຫະປະຊາຊາດເປີດເຜີຍໃນເດືອນພຶດສະພາປີນີ້ສະແດງໃຫ້ເຫັນວ່າ: ໃນປີ 2021, ທົ່ວໂລກມີປະຊາກອນ 193 ລ້ານຄົນພົບວິກິດການດ້ານທັນຫານ ຫຼື ສະພາບຄວາມບໍ່ໝັ້ນຄົງຂອງທັນຍາຫານໄດ້ຊຸດຮ້າຍລົງຕື່ມອີກ, ລະດັບຄວາມບໍ່ໝັ້ນຄົງດ້ານທັນຍາຫານທີ່ເກີດຂຶ້ນຢ່າງກະທັນຫັນໄດ້ເປັນສະຖິຕິສູງສຸດໃນປະຫວັດສາດ, ການແກ້ໄຂບັນຫາຄວາມໝັ້ນຄົງດ້ານທັນຍາຫານໄດ້ກາຍເປັນບັນຫາຮີບດ່ວນທີ່ສຸໃນປະຫວັດສາດ.

ໃນພິທີໄຂກອງປະຊຸມປະຈຳປີຂອງເວທີປຶກຫາລືອາຊີໂປອາວ ທີ່ຈັດຂຶ້ນໃນວັນທີ 21 ເມສາປີນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ໂດຍໄດ້ຊີ້ແຈງຫຼັກໝັ້ນ ແລະ ຈຸດຢືນຂອງຈີນ ໃນການຊຸກຍູ້ຄວາມໝັ້ນຄົງທົ່ວໂລກ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ ພ້ອມທັງໄດ້ກ່າວເນັ້ນໜັກວ່າ: ມວນມະນຸດແມ່ນປະຊາຄົມຮ່ວມຄວາມໝັ້ນຄົງທີ່ຕັດແຍກອອກຈາກກັນບໍ່ໄດ້.

ຄວາມໝັ້ນຄົງດ້ານທັນຍາຫານ ກໍແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງຄວາມໝັ້ນຄົງທົ່ວໂລກ, ແມ່ນປັດໄຈສຳຄັນໃນການບັນລຸສັນຕິພາບ ແລະ ຄວາມໝັ້ນຄົງຖາວອນ, ໃນຂະນະດຽວກັນ, ກໍແມ່ນສິ່ງທ້າທາຍທີ່ປະຊາຄົມໂລກປະເຊີນເປັນໄລຍະຍາວນານ.

ໃນຖານະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ເນື້ອທີ່ດິນທີ່ມີຢູ່ໃນປັດຈຸບັນຂອງຈີນເປັນອັນດັບ 3 ຂອງໂລກ, ແຕ່ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນຂອງຈີນເປັນພຽງ 27,7% ຂອງລະດັບສະເລ່ຍຂອງໂລກ. ແຕ່ວ່າ, ຈີນໄດ້ໃຊ້ດິນປູກຝັງທີ່ມີບໍ່ຮອດ 9% ຂອງທົ່ວໂລກມາແກ້ໄຂບັນຫາການກິນຂອງປະຊາກອນຈີນ 1,4 ຕື້ຄົນ, ໄດ້ຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຈີນ, ນີ້ເປັນການປະກອບສ່ວນທີ່ສຳຄັນຍິ່ງຕໍ່ຄວາມໝັ້ຄົງດ້ານທັນຍາຫານຂອງໂລກ.

ໃນຂະນະທີ່ຈີນຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຕົນ, ຈີນຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດໃນໂລກເຊັ່ນກັນ.