ອາຊຽນໄດ້ກາຍເປັນຕະຫຼາດສັ່ງຊື້ສິນຄ້າຫຼາຍທີ່ສຸດຂອງຈີນໃນໄຕມາດທີ 3 ປີນີ້

2022-09-30 10:18:15 CRI

ກອງປະຊຸມຖະແຫຼງຂ່າວຂອງຄະນະກຳມະການສົ່ງເສີມການຄ້າຈີນທີ່ຈັດຂຶ້ນໃນວັນທີ 29 ກັນຍານີ້ໄດ້ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນສິງຫາປີນີ້ເປັນຕົ້ນມາ, ຄະນະກຳມະການສົ່ງເສີມການຄ້າຈີນສືບຕໍ່ດຳເນີນການຄົ້ນຄວ້າສະຖານະການການຄ້າກັບຕ່າງປະເທດປະຈຳໄຕມາດ ໂດຍໄດ້ແຈກຢາຍແບບຟອມສອບຖາມໃຫ້ວິສາຫະກິດການຄ້າກັບຕ່າງປະເທດພາຍໃນຂອບເຂດທົ່ວປະເທດ ແລະ ໄດ້ຮ່າງບົດລາຍງານຄົ້ນຄວ້າພິຈາລະນາສະຖານະການການຄ້າກັບຕ່າງປະເທດປະຈຳໄຕມາດທີ 3 ໂດຍສະແດງໃຫ້ເຫັນວ່າ: ອາຊຽນໄດ້ກາຍເປັນຕະຫຼາດສັ່ງຊື້ສິນຄ້າຫຼາຍທີ່ສຸດຂອງຈີນໃນໄຕມາດທີ 3 ປີນີ້.

ບົດລາຍງານສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ຕະຫຼາດສັ່ງຊື້ສິນຄ້າທີ່ເພີ່ມໃໝ່ຕົ້ນຕໍຂອງວິສາຫະກິດການຄ້າກັບຕ່າງປະເທດໃນໄຕມາດທີ 3 ປີນີ້ແມ່ນອາຊຽນ, ສະຫະພາບເອີຣົບ ແລະ ອາເມຣິກາຕາມລຳດັບ, ໄດ້ກວມ 30,6%, 30,55% ແລະ 25,29% ຕາມລຳດັບ.