ທໍ່ສົ່ງແກັສທຳມະຊາດ “Nord Stream 1” ແລະ ທໍ່ສົ່ງແກັສທຳມະຊາດ “Nord Stream 2” ທີ່ເປັນທໍ່ສົ່ງແກັສທຳມະຊາດໃຫຍ່ສອງສາຍ ທີ່ຣັດເຊຍສົ່ງແກັສທຳມະຊາດໄປເອີຣົບ ຮົ່ວ ໄດ້ເຮັດໃຫ້ທົ່ວໂລກສົນໃຈນຳ, ຍ້ອນວ່າສ່ວນປະກອບຕົ້ນຕໍຂອງແກັສທຳມະຊາດແມ່ນອາຍເມຕານ ທີ່ເປັນອາຍພິດເຮືອນແກ້ວ, ເຫດການດັ່ງກ່າວອາດຈະກາຍເປັນເຫດການອາຍເມຕານຮົ່ວທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດ.
ວັນທີ 26 ກັນຍານີ້, ທໍ່ສົ່ງແກັສທຳມະຊາດ “Nord Stream 1” ແລະ “Nord Stream 2” ລ້ວນແຕ່ຖືກຕິດຕາມພົບວ່າ: ຄວາມດັນຂອງອາຍໃນທໍ່ໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະ ປາກົດມີສະພາບທີ່ແກັສທຳມະຊາດຮົ່ວອອກ. ປັດຈຸບັນ, ຍັງບໍ່ສາມາດກຳນົດຂະໜາດການຮົ່ວໄຫຼຂອງແກັສທຳມະຊາດໄດ້. ເຈົ້າໜ້າທີ່ລັດຖະບານດານມາກກ່າວວ່າ: ໂດຍຄາດຄະເນຕາມສະພາບໜັກໜ່ວງທີ່ສຸດ, ແກັສທຳມະຊາດທີ່ຮົ່ວອອກອາດຈະມີເຖິງ 778 ລ້ານແມັດກ້ອນ.